ງານພົບປະແລກປ່ຽນຫວຽດນາມ - ລາວ ເນື່ອງໃນໂອກາດບຸນເຕັດຂອງຫວຽດນາມ

ງານພົບປະແລກປ່ຽນຫວຽດນາມ - ລາວ ເນື່ອງໃນໂອກາດບຸນເຕັດຂອງຫວຽດນາມ - ảnh 1
(ງານ​ພົບ​ປະ​ແລກປ່ຽນ​ຫວຽດນາມ - ລາວ ​
ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ຂອງ​ຫວຽດນາມ)

(vovworld) – ​ເນື່ອງ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່​ປີ​ມະ​ແມ 2015, ຕອນ​ຄໍ່າ​ວັນ​ທີ 05/03, ຢູ່​ປັກ​ກິ​ງ, ປະ​ເທດ​ຈີ​ນ, ສະຖານທູດ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຈີນ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ການສົມທົບ​ກັນ​ລະຫວ່າງສະ​ຖານ​ທູດ 2 ປະ​ເທດຢ່າງ​ແໜ້ນ​ແຟ້ນ.

        ທີ່​ງານ​ພົບ​ປະ​ແລກປ່ຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຈີນ ຫງວຽນ​ວັນ​ເທີ ​ໄດ້​ຫວນ​ຄືນ​ມູນ​ເຊື້ອ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ; ພ້ອມ​ທັງ​ຢືນ​ຢັນ​ວ່າ ນ້ຳ​ໃຈ​ສາມັກຄີ​ລະຫວ່າງ 2 ປະ​ເທດ​ຈະ​ໝັ້ນຄົງຂະໜົງ​ແກ່ນ​ໄປ​ຊົ່ວ​ກາລະ​ນານ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ເທີ ກໍ່​ສະ​ເໜີ​ວ່າ, ​ໃນ​ປີ​ຈະ​ມາ​ເຖິງສະຖານທູດຂອງ 2 ປະ​ເທດ ປະຈຳ​ປັກ​ກິ​ງ ຕ້ອງ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຕັ້ງ​ໜ້າປະກອບສ່ວນ​ໃຫ້​ແກ່​ການ​ພົວພັນ​ມິດ​ຕະພາບ​ລະຫວ່າງ 2 ປະ​ເທດ​.

        ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຈີນ ສົມ​ດີ ບຸນ​ຄຸ້ນ ຢືນຢັນ​ວ່າ, ​ເລື່ອງ​ສະຖານທູດ 2 ປະ​ເທດ​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ ​ເນື່ອງ​ໃນ​ໂອາກດບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ແຕ່ລະ​ປະ​ເທດ ​ແມ່ນ​ວຽກ​ງານ​ທີ່​ມີ​ຜົນ​ປະ​ໂຫຍ​ດ, ມີ​ຄວາມ​ໝາຍສຳຄັນ​ໃນ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ 2 ອົງການ.

ຂ່າວ/ບົດ​ອື່ນ