ງານມະໂຫລານຊາວໜຸ່ມ ຫວຽດນາມ-ຈີນຄັ້ງທີ 2


ງານມະໂຫລານຊາວໜຸ່ມ ຫວຽດນາມ-ຈີນຄັ້ງທີ 2 - ảnh 1

 (ພາບ: nguyentandung.org)

 (vovworld)-  ຕອນ​ເຊົ້າວັນ​ທີ 24/11, ງານ​ມະ​ໂຫລານ​ຊາວ​ໜຸ່ມຫວຽດນາມ-ຈີນ ຄັ້ງທີ 2 ດຳເນີນ​ໄປຢູ່ແຂວງກວາງສີ ປະເທດຈິນ. ​ໃນ​ເວລາ 4 ມື້, ຜູ້ແທນຊາວໜຸ່ມຫວຽດນາມ 3000 ຄົນ ​ແລະ ຜູ້ແທນຊາວໜຸ່ມຈີນ​ນັບ​ໝື່ນໆ​ຄົນ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ທີ່ອຸດົມສົມບູນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​, ນ້ຳໃຈມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ລຸ່ນໜຸ່ມ​ສອງ​ປະ​ເທດ. ​ເຂົ້າຮ່ວມ​ພິທີ​ເປີດງານ​ມະ​ໂຫລານ​ຊາວ​ໜຸ່ມຫວຽດນາມ-ຈີນ ຄັ້ງທີ 2 ມີ​ທ່ານ​ຫງວຽນ​ແມັງ​ຢຸງ ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ທ່ານຈາງ​ຊາວ​ກີ​ນ ຮອງ​ປະທານ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ ​ແຂວງ​ກວາງ​ສີ ​ແລະ ທ່ານ​ເຈົາຈາງ​ກຸຍ ​ເລຂາ​ຄະນະ​ເລຂາສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດຈີນ. ຕາມ​ແຜນການ, ຜູ້ແທນຊາວໜຸ່ມຫວຽດນາມ 3000 ຄົນຈະ​ແບ່ງປັນ 7 ກຸ່ມ ​ໄປ​ເຖິງ 7 ນະຄອນ​ຂອງ​ແຂວງ​ກວາງ​ສີ ​ເພື່ອ​ເຂົ້າຮ່ວມການ​ເຄື່ອນ​ໄຫວ​ຕ່າ​ງໆ​ຄື: ຢ້ຽມຢາມ​ບາງ​ເຂດ​ປູ​ສະ​ນີຍະສະ​ຖານ​ຕິດ​ພັນ​ກັບ​ການ​ປະຕິວັດ​ຫວຽດນາມ ​ແລະ ປະ​ທານ​ໂຮ່ຈິ​ມິນ; ຢ້ຽມຢາມ ​ແລະ ພົບ​ປະ​ແລກປ່ຽນ​ຢູ່​ບັນດາ​ໂຮງ​ຈັກ​ໂຮງງານ, ສຳນັກງານ, ພົບປະ​ແລກປ່ຽນ​ວັດທະນະທຳ​ສິລະ​ປະ, ກິລາກັບ​ຊາວ​ໜຸ່ມ​ທ້ອງ​ຖິ່ນ; ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປກັຮັກສາ​ສິ່ງ​ແວດ​ລ້ອມ…

 

ຂ່າວ/ບົດ​ອື່ນ