ງານມະໂຫລານອາຊຽນໄດ້ດຳເນີນໄປຢ່າງຟົດຟື້ນຢູ່ ການາດາ

(VOVWORLD) - ຢູ່ສວນສາທາລະນະ Vincent Masey ໃນນະຄອນ ອົດຕາອວາ ປະເທດ ການາດາ ຫາກໍ່ດຳເນີນງານບຸນ ອາຊຽນ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ແຂ່ງຂັນກິລາ, ແນະນຳອາຫານການກິນຂອງປະເທດຕ່າງໆ.
 
ງານມະໂຫລານອາຊຽນໄດ້ດຳເນີນໄປຢ່າງຟົດຟື້ນຢູ່ ການາດາ - ảnh 1 ງານມະໂຫລານອາຊຽນໄດ້ດຳເນີນໄປຢ່າງຟົດຟື້ນຢູ່ ການາດາ (ພາບ: ຫວຽດນາມ +)

ງານບຸນແມ່ນໂອກາດເພື່ອເຊີດຊູບັນດາຄຸນຄ່າຂອງ ອາຊຽນ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງບັນດາປະເທດໃນກຸ່ມ, ກໍ່ຄືລະຫວ່າງ ອາຊຽນ ກັບ ການາດາ. ການເຄື່ອນໄຫວນີ້ໄດ້ດຶງດູດຄອບຄົວພະນັກງານ, ພາລະກອນສະຖານທູດບັນດາປະເທດ ອາຊຽນ, ຄອບຄົວບັນດາອົງການຕາງໜ້ານັບສິບຄອບຄົວ, ພິເສດແມ່ນບັນດາແຂກເຊີນກິຕິມາສັກຈາກກະຊວງການຕ່າງປະເທດ ການາດາ ເຂົ້າຮ່ວມ.

ຕາມທ່ານ Petronila P. Garcia, ເອກອັກຄະລັດຖະທູດ ຟີລິບປິນແລ້ວ. ຄຽງຂ້າງການເຄື່ອນໄຫວນີ້, ຄະນະກຳມະການ ອາຊຽນ ປະຈຳ ການາດາ ຍັງມີແຜນການຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເຊັ່ນ: ປູກຕົ້ນໄມ້ຢູ່ສະຖານທູດ ອິນໂດເນເຊຍ, ງານມະໂຫລານສາຍຮູບເງົາ ອາຊຽນ ໃນເດືອນກັນຍາ ແລະ ການເຄື່ອນໄຫວອື່ນໆອີກໃນເດືອນຜະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ