ງານ​ລ້ຽງຮັບ​ຮອງ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ສ.ເກົາຫຼີ ແລະ ພັນ​ລະ​ຍາ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ເນັ້ນໜັກເຖິງການເພີ່ມທະວີການພົວພັນຫວຽດນາມ - ສ.ເກົາຫຼີ ແມ່ນເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງ ປະຊາຊົນສອງປະເທດ
ງານ​ລ້ຽງຮັບ​ຮອງ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ສ.ເກົາຫຼີ ແລະ ພັນ​ລະ​ຍາ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ - ảnh 1 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ພົບປະກັບ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ

ຕອນຄ່ຳວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງຮັບຮອງ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ ທີ່ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ.

ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຫວນຄືນວ່າ, ກ່ອນນີ້ 800 ກ່ວາປີ, ວົງຕະກຸນ ຫລີ ຂອງຫວຽດນາມ ໄດ້ໄປຕັ້ງຖິ່ນຖານ ແລະ ເຂົ້າຮ່ວມການປົກປັກຮັກສາ ແລະ ສ້າງສາປະເທດ ສ.ເກົາຫຼີ. ປັດຈຸບັນ, ສອງປະເທດໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ, ພ້ອມກັນສະໜັບສະໜູນ ແລະ ມີການຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອການພັດທະນາລວມຂອງສອງປະເທດ. ທ່ານປະທານປະເທດ ເນັ້ນໜັກເຖິງການເພີ່ມທະວີການພົວພັນຫວຽດນາມ - ສ.ເກົາຫຼີ ແມ່ນເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງ ປະຊາຊົນສອງປະເທດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ ຂອງພາກພື້ນ ແລະ ໂລກ.

ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໃຫ້ຮູ້ວ່າ ສອງປະເທດພວມມີການເຊື່ອມຕໍ່ຢ່າງເລິກເຊິ່ງຜ່ານການພົວພັນແລກປ່ຽນປະຊາຊົນ ແລະ ປະຊາຊົນສອງປະເທດເອງຈະເຮັດໃຫ້ສອງປະເທດມີຄວາມສະໜິດຕິດພັນກ່ວາອີກ, ເປີດອະນາຄົດທີ່ສົດໄສກ່ວາ. ພ້ອມກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງປະເທດມີການເຕີບໂຕຢ່າງແຮງ, ປັດຈຸບັນ ສ.ເກົາຫຼີ ກາຍແມ່ນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ