ງານວາງສະແດງ “ປະເທດຊາດ, ຊາວລາວ ແລະ ນ້ຳໃຈມິດຕະພາບ ລາວ - ຫວຽດນາມ”

ງານວາງສະແດງ “ປະເທດຊາດ, ຊາວລາວ ແລະ ນ້ຳໃຈມິດຕະພາບ ລາວ - ຫວຽດນາມ” - ảnh 1
ພາບປະກອບ

(vovworld) - ງານ​ວາງສະ​ແດງຮູບພາບ “ປະ​ເທດ​ຊາດ, ຊາວລາວ ​ແລະ ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ - ລາວ” ນອນ​ໃນ​ຂອບ​ເຂດ “ຊຸມ​ວັນ​ວັດທະນະທຳ​ລາວ ຢູ່​ຫວຽດນາມ” ຈະ​ຖືກ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 17 – 19/7 ຢູ່​ສູນ​ວາງສະ​ແດງ​ສິລະ​ປະ​ວັດທະນະທຳ​ຫວຽດນາມ. ງານ​ວາງສະ​ແດງ​ຈະ​ວາງສະ​ແດງ​ຮູບ​ພາບ 60 ​ແຜ່ນ​ທີ່​ແນະນຳ​ກ່ຽວ​ກັບປະ​ເທດ​ລາວ ທີ່​ສວຍ​ງາມ, ຊາວ​ລາວ​ທີ່​ສະໜິດສະໜົ​ມ ​ແລະ ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ - ນ້ຳ​ໃຈ​ບໍລິສຸດ​ຜຸດ​ຜ່ອງ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ. ​ໄປ​ຄຽງ​ຄູ່​ກັບ “ຊຸມ​ວັນ​ວັດທະນະທຳ​ລາວ ຢູ່​ຫວຽດນາມ” ​ນັ້ນ, ຢູ່ລາວ​ກໍ​ດຳ​ເນີນ “ຊຸ​ມວັນ​ວັດທະນະທຳ​ຫວຽດນາມ ຢູ່ ລາວ”. ນີ້​ແມ່ນບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012”, ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (1962 – 2012) ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ຫວຽດນາມ - ລາວ (1977 – 2012). ​ໃນ​ໂອກາດ​ນີ້, ຢູ່​ຮ່າ​ໂນ້ຍ, ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ການ​ພົວພັນ​ແລກປ່ຽນ​ຂອງ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນ, ການ​ພົວພັນ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ ​ແລະ ກິລາ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ໃນ​ນັ້ນ​ມີ​ການຈັດ​ຕັ້ງ​ງານ​ຕະຫຼາດນັດ​ວາງສະ​ແດງ​ການ​ຄ້າ, ກອງ​ປະຊຸມ​ສຳ​ມະ​ນາ, ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ.

 

ຂ່າວ/ບົດ​ອື່ນ