ງານວາງສະແດງ “ຮ່ວາງ ຊາ ຂອງ ຫວຽດນາມ, ບັນດາພະຍານຫຼັກ ຖານປະຫວັດສາດ”

ງານວາງສະແດງ “ຮ່ວາງ ຊາ ຂອງ ຫວຽດນາມ, ບັນດາພະຍານຫຼັກ ຖານປະຫວັດສາດ” - ảnh 1
ທ່າ​ນ ​ເຈີ​ນດຶກ​ແອ​ງ​ເຊີນ ແນະນຳເອກະສານ, ວັດຖຸພັນທີ່ງານວາງສະແດງເຖິງແຂກເຂົ້າຮ່ວມ

(vovworld) - ຕອນ​ເຊົ້າ​ວັນ​ທີ 29/4, ພະ​ແນ​ກພົວພັນ​ຕ່າງປະ​ເທດ ຂຶ້ນ​ກັບ​ຄະນະ​ກຳມະການ​ປະຊາຊົນ ​ເມື​ອງ ຮ່ວາງ​ຊາ ​ແລະ ຫໍພິພິທະ​ພັນ ນະຄອນ ດ່າ​ໜັງ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ເອກະສານ​ທີ່​ມີ​ຫົວ​ຂໍ້​ວ່າ: “ຮ່ວາງ​ຊາ ຂອງ ຫວຽດນາມ - ບັນ​ດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ”. ງານ​ວາງສະ​ແດງ​ໄດ້​ແນະນຳ​ແຜນ​ທີ່ 150 ​ແຜ່ນ​ທີ່​ພິມ​ຈຳໜ່າຍ​​ແຕ່​ປີ 1626 ​ເຖິງ​ປີ 1980, ​ໃນ​ນັ້ນ​ມີ​ແຜນ​ທີ່​ໂດຍ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ພິມຈຳໜ່າຍ​​ເຊິ່ງ​ໄດ້​ຮັບ​ຮູ້​ວ່າ​ຕອນ​ໃຕ້​ສຸດ​ຂອງ ຈີນ​ພຽງ​ແຕ່​ຮອດ​ເກາະ​ໄຫ​ໜານ ​ເທົ່າ​ນັ້ນ, ສ່ວນ​ຍັງ​ເຫຼືອ​ແມ່ນ​ບັນດາແຜນ​ທີ່​ເດີນ​ທະ​ເລ ​ແລະ ​ແຜນ​ທີ່ສັງ​ລວມ ອາຊີ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ​ໄດ້​ສະ​ແດງ​​ໃຫ້​ເຫັນວ່າ ຮ່ວາງຊາ ​ແລະ ​ເຈື່ອງ​ຊາ ນອນ​ໃນ​ເຂດ​ນ່ານທະ​ເລ ​ແລະ ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ ຫວຽດນາມ. ພິ​ເສດ, ມີ​ແຜນ​ທີ່ 3 ​ຊຸດ (atlas) ​ໂດຍ​ອຳນາດ​ການ​ປົກຄອງ ຈີນ ສະ​ໄໝ​ກ່ອນ​ພິມຈຳໜ່າຍ ​ແມ່ນ​ບັນ​ດາ​ເອກະສານ​ທີ່​ປະ​ໂຫຍ​ດ, ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ວັດຖຸ​ພັນ, ພະຍານ​ຫຼັກ​ຖານ​ປະຫວັດສາດ​ສ່ວນ​ຫຼາຍ ​ໂດຍ ທ່ານ ​ເຈີ​ນຖັ໋ງ, ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່ອະ​ເມ​ລິ​ກາ ມອບ​ໃຫ​້ນະຄອນ ດ່າ​ໜັງ. ທ່າ​ນ ​ເຈີ​ນດຶກ​ແອ​ງ​ເຊີນ, ຮອງ​ຜູ້ອຳນວຍ​ການ​ສະ​ຖາ​ບັນ​ພັດທະນາ​ເສ​ດຖະກິດ - ສັງຄົມ ນະຄອນ ດ່າ​ໜັງ ​ໃຫ້​ຮູ້​ວ່າ​:

“​ເອ​ກະສາ​ນ, ວັດຖຸ​ພັນ​ທັງໝົດ​ເຫຼົ່າ​ນີ້ ​ໄດ້​ພິສູດ​ໃຫ້​ເຫັນອຳນາດ​ການ​ປົກ​ຄອງ ສາທາລະນະ​ລັດ ຫວຽດນາມ ​ໃນ​ເມື່ອ​ກອນ ກໍ່​ຄື​ອຳນາດ​ການ​ປົກຄອງ​ກ່ອນ​ນັ້ນ ​ໄດ້​ປະຕິບັດ​ອະ​ທິ​ປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງຊາ ​ແລະ ​ເຈື່ອງ​ຊາ. ນີ້​ແມ່ນ​ສ່ວນ​ສຳຄັນ​ໃນ​ການສະ​ແດງ, ລັດ ຫວຽດນາມ ​ນັບແຕ່​ສະຕະວັດ​ທີ 16 ​ເປັນ​ຕົ້ນ​ມາ ​ໄດ້​ຄົ້ນ​ຫາ, ສ້າງ​ຕັ້ງ, ປະຕິບັດ​ອະທິປະ​ໄຕ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ນັ້ນ ຕໍ່​ໜ້າ​ການ​ຮຸກ​ຮານ​ຂອງ​ຕ່າງປະ​ເທດ.”

       

ຂ່າວ/ບົດ​ອື່ນ