ງານວາງສະແດງພາບຖ່າຍ ຮ່າໂນ້ຍ - ເທື່ອທຽນເຫວ້ - ນະຄອນໂຮ່ຈີມິນ “ຮ່ວມພາລະກິດອັນໃຫຍ່ຫຼວງ ຫວຽດນາມ”

(VOVWORLD) - ບັນດາຜົນງານສິລະປະໄດ້ນຳສີສັນທຳມະຊາດໃນລະດູບານໃໝ່, ເຂດບ້ານນາໃນລະດູບານໃໝ່, ຊຸມວັນບຸນເຕັດຢູ່ທຸກແຖບຖິ່ນ, ໂຕມັງກອນເປັນສັນຍາລັກໃຫ້ປີມະໂລງ ຢູ່ 3 ທ້ອງຖິ່ນມາໃຫ້ບັນດາຜູ້ຊົມ…
ງານວາງສະແດງພາບຖ່າຍ ຮ່າໂນ້ຍ - ເທື່ອທຽນເຫວ້ - ນະຄອນໂຮ່ຈີມິນ “ຮ່ວມພາລະກິດອັນໃຫຍ່ຫຼວງ ຫວຽດນາມ” - ảnh 1ງານວາງສະແດງໄດ້ດຶງດູດຜູ້ຊົມເປັນຈຳນວນຫຼາຍ

ວັນທີ 21 ມີນາ, ງານວາງສະແດງພາບຖ່າຍສິລະປະ “ຮ່ວມພາລະກິດໃຫຍ່ຫຼວງ ຫວຽດນາມ” ໄດ້ໄຂຂຶ້ນຢູ່ເຮືອນຮັບແຂກສະພາແຫ່ງຊາດ, ທີ່ ຮ່າໂນ້ຍ.

        ງານວາງສະແດງໄດ້ແນະນຳ 90 ຜົນງານສິລະປະຂອງບັນດາສະມາຊິກສະຫະພັນວັນນະຄະດີສິລະປະ ແລະ ສະຫະພັນບັນດາສະມາຄົມວັນນະຄະດີ 3 ທ້ອງຖິ່ນ: ຮ່າໂນ້ຍ, ເທື່ອທຽນເຫວ້, ນະຄອນໂຮ່ຈີມິນ. ນີ້ລ້ວນແຕ່ແມ່ນບັນດາຜົນງານທີ່ໄດ້ເຮັດໃໝ່, ສ່ອງແສງບັນດາຜົນງານໃນການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມຂອງ 3 ສູນວັດທະນະທຳ ການເມືອງໃຫຍ່ຂອງປະເທດຊາດ.

        ບັນດາຜົນງານສິລະປະໄດ້ນຳສີສັນທຳມະຊາດໃນລະດູບານໃໝ່, ເຂດບ້ານນາໃນລະດູບານໃໝ່, ຊຸມວັນບຸນເຕັດຢູ່ທຸກແຖບຖິ່ນ, ໂຕມັງກອນເປັນສັນຍາລັກໃຫ້ປີມະໂລງ ຢູ່ 3 ທ້ອງຖິ່ນມາໃຫ້ບັນດາຜູ້ຊົມ… ໄປຄຽງຄູ່ກັນນັ້ນ, ກໍ່ມີບັນດາຜົນງານວາດພາບຄວາມງາມຂອງມໍລະດົກ ແລະ ຄວາມງາມຂອງປະຊາຊົນແຕ່ລະເຂດພາກ…

ຕອບກັບ

ຂ່າວ/ບົດ​ອື່ນ