ງານວາງສະແດງແຜນທີ່,ເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ- ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ງານວາງສະແດງແຜນທີ່,ເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ- ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1
ງານ​ວາງສະ​ແດງ​ແຜນ​ທີ່,​ ເອກະສານ
ຮ່ວາງ​ຊາ,​ເຈື່ອງ​ຊາ​ຂອງ ​ຫວຽດນາມ

(vovworld) -  ​ງານ​ວາງສະ​ແດງ​ແຜນ​ທີ່,​ ເອກະສານ “ຮ່ວາງ​ຊາ,​ເຈື່ອງ​ຊາ​ຂອງ ​ຫວຽດນາມ - ດ້ວຍ​ບັນດາພະຍານ​ຫຼັກ​ຖານ​ປະ​ຫວັດ​ສາດ​ແລະ​ນິຕິ​ທຳ” ຖື​ກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 05/07, ​ໄດ້​ແນະນຳ 4 ກຸ່ມ​ເອກະສານ​ຕົ້ນຕໍ ດ້ວຍ​ຫລາຍ​ເອກະສານ, ວັດຖຸ​ພັນ, ສິ່ງ​ພິມ ​ແລະ ​​ແຜນ​ທີ່​ເກືອບ 100 ​ແຜ່ນຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ພາຍ​ໃນ​ປະ​ເທດ ​ແລະ ສາກົນ ທີ່​ໄດ້​ຮັບ​ການ​ປະກາດ​​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ​ໃນ​ນັ້ນ ກຸ່ມ​ເອກະສານພາສາ ຈີນ ບູຮານ, ຫວຽດ ບູຮານ ພາສາ ຫວຽດ, ພາສາ​ຝະລັ​່ງ ​ໂດຍລາດ​ຊະ​ວັງສະ​ໄໝ​ສັກ​ດີ​ນາ ຫວຽດນາມ ​ແລະ ອຳນາດ​ການ​ປົກຄ​​ອງ ຝະລັ່ງ​ ຢູ່​ອິນດູຈີນ​ປະກາດ​​ໃຊ້​ນັບ​ແຕ່​ສະຕະວັດ 17 – 20, ຢັ້ງຢືນ​ວິວັດ​ການ​ກຳນົດ, ປະຕິບັດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ພິ​ເສດ​ແມ່ນບັນດາ​ເອກະສານການ​ປົກຄອງ​ໂດຍລາດ​ຊະ​ວັງ ຫງວຽນ ປະກາດ​ໃຊ້​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ບັນ​ຫາ​ການຂຸດ​ຄົ້ນ, ຄຸ້ມ​ຄອງ, ກຳນົດ ​ແລະ ປະຕິບັດ​ອະທິປະ​ໄຕ​ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ…ນ​ອກນັ້ນ, ງານ​ວາງສະ​ແດງ​ຍັງ​ແນະນຳ​ແຜນ​ທີ່ 65 ​ແຜ່ນ ພິສູດ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ ​ໂດຍ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຝ່າຍຕາ​ເວັນ​ຕົກ​ປະກາດ​ແຕ່​ສະຕະວັດ 17 ມາ​ຮອດ​ປະຈຸ​ບັນ; ​ໃນ​ນັ້ນ ມີ​ແຜນ​ທີ່ 4 ຊຸດ ​ແລະ ​ແຜນ​ທີ່ 30 ​ແຜ່ນ​ໂດຍ​ບັນດາລັດ ຈີນ ພິມ​ຈຳ​ໜ່າຍຢ່າງ​ເປັນ​ທາງ​ການ.

 


ຂ່າວ/ບົດ​ອື່ນ