ງາມວາງສະແດງ70ປີແຫ່ງວັນຂະແໜງການທູດຫວຽດນາມຢູ່ສປປ.ລາວ

ງາມວາງສະແດງ70ປີແຫ່ງວັນຂະແໜງການທູດຫວຽດນາມຢູ່ສປປ.ລາວ - ảnh 1
(ງາມວາງສະແດງ 70 ປີແຫ່ງວັນຂະແໜງການທູດຫວຽດນາມຢູ່ສປປ.ລາວ)

(vovworld) –   ງາມ​ວາງສະ​ແດງ 70 ປີ​​ແຫ່ງ​ວັນສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ​ຫວຽດນາມ ​ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 24/08, ຢູ່​ນະຄ​ອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ. ດ້ວຍ​ຮູບຖ່າຍເອກະສານກ່ວາ 60 ​ແຜ່ນ, ງານ​ວາງສະ​ແດງ ​ໄດ້​ແນະນຳ​ກ່ຽວ​ກັບ 2 ​ໄລຍະ​ພັດທະຍາ​ຂອງ​ຂະ​ແໜງ​ການ​ທູດ​ຫວຽດນາມ ​ໃນ​ຕະຫຼອດ 70 ປີຜ່ານມາ. ນັ້ນ​ແມ່ນ​ໄລຍະ​ຕໍ່​ສູ່​ປົດ​ປ່ອຍ​ຊາດ ​ແລະ ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (1945 - 1975) ​ແລະ ​ໄລຍະ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຮ່ວມ​ມື ​ແລະ ພັດທະນາ, ຫັນ​ການ​ພົວພັນເປັນ​ຫຼາຍ​ຮູ​ບຫຼາຍ​ແບບຫຼາຍ​ຝ່າຍ… ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຮູ້​ວ່າ.

          “ບັນດາ​ຮູບ​ຖ່າຍ​ໃນ​ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ. ຜ່ານ​ນີ້, ພວກ​ເຮົາ​ກໍ​ເຂົ້າ​ໃຈ​ແຈ້ງ​ການ​ປະກອບສ່ວນ​ສຳຄັນ​ຂອງ​ຂະ​​ແໜງ​ການ​ທູດ​ຫວຽດນາມ ​​ເຂົ້າໃນ​ການ​ຍາດ​ແຍ່ງ​ເງື່ອນ​ໄຂ​ພາຍ​ນອກ​ທີ່​ສະດວກ​ໃຫ້​ພາລະກິດ​ພັດທະນາ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​​ອະທິປະ​ໄຕ​ຢ່າງ​ຄົບ​ຖ​້ວນ ​ແລະ ​ຕັ້ງໜ້າ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ… ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ມວນຊົນ​ລາວ ​ແລະ ສາກົນ​ຈະ​ເຫັນ​​ໄດ້​ການ​ພັດທະນາ​ສາຍ​ພົວພັນແບບ​ພິ​ເສດ​ຢ່າງ​ບໍ່​ຢຸດ​ຢັ້ງລະຫວ່າງ​ຫວຽດນາມ - ລາວ”.

ຂ່າວ/ບົດ​ອື່ນ