ຈີ20 ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບການຄ້າເສລີ ແລະ ຕະຫຼາດເປີດ

ຈີ20 ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບການຄ້າເສລີ ແລະ ຕະຫຼາດເປີດ - ảnh 1
ບັນ​ດາ​ການ​ນຳ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບປະ​ກອບ)

(vovworld) – ​​​​ວັນ​ທີ 21/4, ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ເງິນ​ຂຶ້ນ​ກັບ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນແຖວ​ໜ້າ​ຂອງ​ໂລກ (ຈີ 20) ໄດ້​ໂຮມ​ປະ​ຊຸມ​ຢູ່ນອກກອງ​ປະ​ຊຸມ​ລະ​ດູ​ບານ​ໃໝ່​ຂອງກອງ​ທຶນ​ການ​ເງິນສາ​ກົນ (IMF) ແລະ ທະ​ນາ​ຄານ​ໂລກ (WB) ຢູ່ ວໍ​ຊິງ​ຕັນ, ປະ​ເທດ ອາ​ເມ​ລິກ​າ ແລະ ອອກ​ຖະ​ແຫຼງ​ການ​ຖື​ວ່າ: ເລື່ອງ​ເພີ່ມ​ທະ​ວີ​ລັດ​ທິ​ອະ​ລັກ​ຂາ​ຈະ​ກໍ່​ຜົນ​ເສຍ​ຫາຍ​ສຳ​ລັບ​ພື້​ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ້າວ​ພາຍຫຼັງ​ສິ້ນ​ສຸດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກາ​ນ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ຈີ 20, ທ່ານ​ລັດ​ຖະ​ມົນ​ຕີ​ການ​ເງິນ ເຢຍ​ລະ​ມັນ Wolfgang Schaeuble ໃຫ້​ຮູ້​ວ່າ: ໜ້າ​ທ​ີ​່ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ ຈີ 20 ແມ່ນ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ທຸກໆ​ວຽກ​ງານ​ໄປ​ຖືກ​ທິດ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ບັນ​ດາ​ນັກ​ວາງນະ​ໂຍ​ບາຍ​ກຸ່ມ ຈີ 20 ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ ເພື່ອ​ຊຸກ​ຍູ້​ກາ​ນ​ເຕີບ​ໂຕ​ໂດຍກວມ​ລວມ ແລະ ຮັບ​ມື​ກັບ​ບັນ​ດາ​ຜົນ​ສະ​ທ້ອນ​ຫຍໍ້​ທ​ໍ້​ຂອງ​ໂລ​ກາ​ພິ​ວັດ. ຄ​ຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ​ເພື່ອ​ແນ​ໃສ່​ທະ​ວີ​ຄຸນ​ຜົນ​ປະ​ໂຫຍດ​ຂອງ​ການ​ເຕີບ​ໂຕ ແລະ ໂລ​ກາ​ພິ​ວັດ, ໃນ​ນັ້ນ​ມີ​ການ​ລົງ​ທຶນ​ເຂົ້າ​ກາ​ນ​ສຶກ​ສາ ແລະ ພື້ນ​ຖານ​ໂຄງ​ລ່າງ.


ຕອບກັບ

ຂ່າວ/ບົດ​ອື່ນ