ຈິດ​ໃຈ​ລຸກ​ຮື້​ຂຶ້ນ ໃນ​ລາຍ​ການ “ດວງ​ດາວ​ແຫ່ງເອ​ກະ​ລາດ” ປີ 2021

(VOVWORLD) -ໂຄງການໄດ້ດຳເນີນໃນຕອນຄ່ຳວັນທີ 9 ຕຸລາ ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໂດຍກົມຮຽບຮຽງ ວາລະສານກອມມູນິດ, ຄະນະພັກນະຄອນ - ຄະນະກຳມະການປະຊາຊົນ ຮ່າໂນ້ຍ ໄດ້ສົມທົບກັນ ປະຕິບັດຕາມຮູບແບບບໍ່ມີທ່ານຜູ້ຊົມ

ຈິດ​ໃຈ​ລຸກ​ຮື້​ຂຶ້ນ ໃນ​ລາຍ​ການ “ດວງ​ດາວ​ແຫ່ງເອ​ກະ​ລາດ” ປີ 2021 - ảnh 1ລາຍການ “ດວງດາວແຫ່ງເອກະລາດ” ປີ 2021

 

 

ຈັງຫວະ ແລະ ຄຳຮ້ອງທີ່ອົງອາດກ້າຫານ, ເຕັມໄປດ້ວຍຄວາມຮັກແພງ ແລະ ຄວາມເອກອ້າງທະນົງໃຈ ຂອງ ລາຍການສະແດງປະສານສຽງ “ບົດເພງໄຊຊະນະ” ແມ່ນການເປີດສາກໃຫ້ແກ່ລາຍການ “ດວງດາວເອກະລາດ” ປີ 2021, ເພື່ອເປັນການສະເຫຼີມສະຫຼອງ ວັນປົດປ່ອຍນະຄອນຫຼວງ ຄົບຮອບ 67 ປີ (ວັນທີ 10 ຕຸລາ 1954 - ວັນທີ 10 ຕຸລາ 2021).

ໃນໂອກາດນີ້, ຄະນະຈັດຕັ້ງກໍ່ມອບຂອງຂວັນຫຼາຍພູດ ໄປຍັງບັນດານັກປະຕິວັດຜູ້ອາວຸໂສ, ຜູ້ທີ່ມີຄຸນງາມຄວາມດີ ຕໍ່ການປະຕິວັດ ເພື່ອສະແດງຄວາມຮູ້ບຸນຄຸນ ຂອງ ຄົນລຸ້ນກ່ອນ ທີ່ໄດ້ອຸທິດສ່ວນ ເພື່ອເອກະລາດ, ເສລີພາບຂອງ ປະເທດຊາດ.

ກ່ອນໜ້ານັ້ນ, ໃນວັນທີ 8 ຕຸລາ, ຢູ່ສູນການຄ້າ ຊາປາ, ສ.ເຊັກໂກ, ສະມາຄົມວັດທະນະທຳສິປະລະ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຈັດລາຍການສະແດງສິລະປະພິເສດ ເພື່ອແນໃສ່ສະເຫຼີມສະຫຼອງ ວັນປົດປ່ອຍ ນະຄອນຫຼວງຄົບຮອບ 67ປີ (ວັນທີ 10 ຕຸລາ 1954 – 10 ຕຸລາ 2021).

ຕອບກັບ

ຂ່າວ/ບົດ​ອື່ນ