ຈີນ ກ່າວ​ເຕືອນ​ລະດັບ​ນໍ້າ​ຢູ່​ແມ່​ນໍ້າ​ສາຍ​ຕ່າງໆຍື່ງຂຶ້ນ​ສູງ​ລະດັບ​ສະຖິຕິ​

(VOVWORLD) -ຕາມການສະຖິຕິຂອງເຈົ້າໜ້າທີ່ຮັບຜິດຊອບຂອງ ຈີນ, ໄພນໍ້າຖ້ວມພວມເກີດຂຶ້ນຢ່າງໜັກ ແລະ ໃນວົງກວ້າງຢູ່ທາງພາກກາງ ແລະ ພາກຕາເວັນຕົກຂອງປະເທດນີ້ ອັນໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຫາຍສາບສູນ.
ຈີນ ກ່າວ​ເຕືອນ​ລະດັບ​ນໍ້າ​ຢູ່​ແມ່​ນໍ້າ​ສາຍ​ຕ່າງໆຍື່ງຂຶ້ນ​ສູງ​ລະດັບ​ສະຖິຕິ​ - ảnh 1ສະພາບການນໍ້າຖ້ວມຍ້ອນຝົນຕົກໜັກ ຢູ່ເຂດປົກຄອງດ້ວຍຕົນເອງເຜົ່າ ຈວາງ ຢູ່ກວາງຊີ ໃນວັນທີ 11 ກໍລະກົດ (ພາບ: TTXVN)

        ຝົນຕົກໜັກໄດ້ແກ່ຍາວແຕ່ທ້າຍເດືອນ ມິຖຸຸນາ ມາປັດຈຸບັນ ໄດ້ເຮັດໃຫ້ເກີດນໍ້າຖ້ວມເປັນວົງກວ້າງຢູ່ຈີນ, ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 141 ຄົນ ແລະ ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນເກືອບ 38 ລ້ານຄົນ ແລະ ໄດ້ທໍາລາຍເຮືອນຊານບ້ານຊ່ອງຈໍານວນ 28.000 ຫຼັງ. ສະພາບການໄດ້ຊົ່ວຮ້າຍລົງ ນັບແຕ່ອາທິດແລ້ວນີ້, ເມື່ອສືບຕໍ່ຝົນຕົກໜັກເຮັດໃຫ້ນໍ້າຍື່ງຂຶ້ນສູງ. ວົງການເຈົ້າໜ້າທີ່ກະຊວງຊົນລະປະທານ ຈີນ ວັນທີ 13 ກໍລະກົດ ໃຫ້ຮູ້ວ່າ ລະດັບນໍ້າໃນແມ່ນໍ້າ 33 ສາຍ ໄດ້ຍື່ງສູງຂຶ້ນລະດັບສະຖິຕິ, ໃນຂະນະທີ່ລະດັບລະວັງໄພ ໄດ້ກ່າວເຕືອນໄດ້ຍົກອອກມາສໍາລັບແມ່ນໍ້າ 433 ສາຍ. ເຂດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດແມ່ນ ບັນດາແຂວງ ຈຽງຊີ, ຫູເປີ໊ຍ ແລະ ຫູໜານ ຢູ່ທາງພາກກາງ,  ແຂວງ ອານໄຄວ, ເຈືອແຈງ ແລະ ແຈງຊູ ຢູ່ ທາງພາກຕາເວັນອອກ, ນະຄອນ ຈູ໊ງຈິງ ຢູ່ທາງທິດຕາເວັນຕົກພາກໃຕ້ ຂອງ ຈີນ.


ຕອບກັບ

ຂ່າວ/ບົດ​ອື່ນ