ຈີນ - ຍີ່​ປຸ່ນ - ສ.ເກົາຫຼີ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງແວ​ດ​ລ້ອມ

(VOVWORLD) -ວັນທີ 1 ທັນວາ, ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມລັດຖະມົນຕີສິ່ງແວດລ້ອມ 3 ຝ່າຍແບບທາງໄກ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຫຼຸດຜ່ອນມົນລະພິດ ແລະ ມຸ່ງໄປເຖິງການຫຼຸດການປ່ອຍທາດ ກາກບອນລົງ 0.
ຈີນ - ຍີ່​ປຸ່ນ - ສ.ເກົາຫຼີ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງແວ​ດ​ລ້ອມ - ảnh 1ລັດຖະມົນຕີສິ່ງແວດລ້ອມ ສ.ເກົາຫຼີ Han Wha-jin (ພາບ: Yonhap)

ຢູ່ກອງປະຊຸມ, ເຊີອູນ ໄດ້ຮຽກຮ້ອງໃຫ້ປັກກິ່ງ ແລະ ໂຕກຽວ ເຂົ້າຮ່ວມ ສັບປະດັບທົ່ວໂລກຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ກ່ຽວກັບ ສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC), ທີ່ຈະດຳເນີນຢູ່ ສ.ເກົາຫຼີ ໃນເດືອນສິງຫາ ປີ 2023. ນີ້ຈະແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດກ່ຽວກັບການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ. ສ່ວນຈີນ ໄດ້ສະເໜີ ສ.ເກົາຫຼີ ແລະ ຢີ່ປຸ່ນ ສົມທົບກັນໃນບັນດາຄວາມມານະພະຍາຍາມເພື່ອແນໃສ່ຮັບຮອງເອົາກອບຊີວະນາໆພັນທົ່ວໂລກ ຫຼັງ 2020 ຢູ່ກອງປະຊຸມຄັ້ງທີ 15 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາກ່ຽວກັບຊີວະນາໆພັນ (Cop15) ຢູ່ (ປະເທດ ການາດາ) ໃນວັນທີ 7 ທັນວາຈະມາເຖິງ, ເຊິ່ງຈີນ ແມ່ນປະທານກອງປະຊຸມ. ກອງປະຊຸມລັດຖະສະພາສິ່ງແວດລ້ອມ ຈີນ - ສ.ເກົາຫຼີ - ຍີ່ປຸ່ນໄດ້ຈັດຕັ້ງນັບແຕ່ປີ 1999 ເພື່ອແນໃສ່ປຶກສາຫາລື ແລະ ແກ້ໄຂບັນດາບັນຫາສິ່ງແວດລ້ອມລວມຂອງພາກພື້ນ, ຊຸກຍູ້ພາກພື້ນພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ