ຈີນ ຕຳ​ໜິ​ຕິ​ຕຽນ ອາ​ເມ​ລິ​ກາ ສ້າງ​ຕັ້ງກອງ​ກຳ​ລັງ ອາ​ວະ​ກາດ

(VOVWORLD) -ວັນທີ 23 ທັນວາ, ລັດຖະບານຈີນກ່າວເຕືອນອາເມລິກາທີ່ພວມຫັນປ່ຽນອາວະກາດ ກາຍເປັນ “ສະໜາມຮົບ”, ພາຍຫຼັງອຳນາດການປົກຄອງ ວໍຊິງຕັນ ປະກາດ ເຫຼົ່າທັບໃໝ່ທີ່ມີຊື່ວ່າ ກອງກຳລັງ ອາວະກາດ.
ຈີນ ຕຳ​ໜິ​ຕິ​ຕຽນ ອາ​ເມ​ລິ​ກາ ສ້າງ​ຕັ້ງກອງ​ກຳ​ລັງ ອາ​ວະ​ກາດ - ảnh 1 ທ່ານ ລຸກາງ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN)

ກ່າວຄຳເຫັນທີ່ການຖະແຫຼງຂ່າວປະຈຳປີ, ທ່ານ ລຸກາງ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ກ່າວເຕືອນອາເມລິກາ ທີ່ພວມ ເດີນຕາມເປົ້າໝາຍ “ປະກອບອາວຸດ” ອາວະກາດ, ລະເມີດຄວາມເຫັນດີເຫັນພ້ອມຂອງສາກົນກ່ຽວກັບເລື່ອງນ້ຳໃຊ້ສັນຕິພາບອາວະກາດ, ນາບຂູ່ໂດຍກົງເຖິງອາວະກາດ, ສັນຕິພາບ ແລະ ຄວາມໝັ້ນຄົງ.

        ກ່ອນໜ້ານັ້ນ ໃນວັນທີ 20 ທັນວາ, ທ່ານ ປະທານາທິບໍດີ Donald Trump ໄດ້ລົງນາມໃຫ້ສັດຕະຍາບັນກົດໝາຍວ່າດ້ວຍມາດຖານການປ້ອງກັນຊາດ ປີ 2020 ລວມມີ ການສ້າງຕັ້ງກອງກຳລັງ ອາວະກາດ ໂດຍແມ່ນ ເຫຼົ່າທັບທາງການທີ 6 ຂອງ ກອງທັບອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ