ຈີນ ຖະແຫຼງ ພ້ອມແລ້ວທີ່ຈະເປີດປະຕູໃຫ້ແກ່ການເຈລະຈາດ້ານການຄ້າ ກັບ ອາເມລິກາ

(VOVWORLD) - ຈີນ ພ້ອມແລ້ວທີ່ຈະຕໍ່່ສູ້ກັບ ອາເມລິກາ ກ່ຽວກັບດ້ານການຄ້າ, ແຕ່ຍັງຄົງເປີດປະຕູໃຫ້ແກ່ການເຈລະຈາ. ວັນທີ 2 ມິຖຸນາ, ທ່ານພົນໂທ ຢວາຍເຟີ້ງເຂືອ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄດ້ຍົກອອກຖະແຫຼງການດັ່ງກ່າວ ທີ່ກອງປະຊຸມ Shangri – La ຄັ້ງທີ 18 ເຊິ່ງພວມດໍາເນີນໄປຢູ່ ສິງກະໂປ.

        ທ່ານ ຢວາຍເຟີ້ງເຂືອ ເນັ້ນໜັກວ່າ ການພົວພັນລະຫວ່າງ ຈີນ - ອາເມລິກາ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ໂດຍລວມແລ້ວ ແມ່ນຍັງເປັນປົກກະຕິ, ໃນນັ້ນ ການພົວພັນດ້ານການປ້ອງກັນຊາດພວມພັດທະນາຢ່າງດີງາມ ຕາມບັນດາຄວາມຮັບຮູ້ລວມ ທີ່ບັນລຸໄດ້ລະຫວ່າງບັນດາການນໍາຂັ້ນສູງສອງປະເທດ.

        ທີ່ກອງປະຊຸມດັ່ງກ່າວ, ທ່ານ ຢວາຍເຟີ້ງເຂືອ ກໍໄດ້ແນະນໍາຢ່າງລະອຽດກ່ຽວກັບແນວທາງ ແລະ ນະໂຍບາຍດ້ານການປ້ອງກັນຊາດຂອງປະເທດນີ້ໃນຊຸມປີຈະມາເຖິງ. ໃນນັ້ນ, ໄດ້ສຸມໃສ່ບາງເນື້ອໃນຕົ້ນຕໍຄື ສະພາບການໂລກ ແລະ ພາກພື້ນ; ການຜັນແປ ແລະ ທ່າອ່ຽງໃນການຮ່ວມມືລະຫວ່າງ ຈີນ - ອາເມລິກາ; ທິດນໍາໃນການກໍ່ສ້າງ ແລະ ເພີ່ມທະວີກໍາລັງປ້ອງກັນຊາດຂອງ ຈີນ; ສະພາບການຢູ່ທະເລຕາເວັນອອກ, ບັນຫາໄຕ້ຫວັນ ແລະ ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ