ຈີນ ປະກາດກ່ຽວກັບການຢ້ຽມຢາມຂອງ ລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Ri Yong-ho ຈະມາຢ້ຽມຢາມ ຈີນ ໃນລະຫວ່າງວັນທີ 06 – 08 ທັນວາ ຕາມຄໍາເຊີນຂອງລັດຖະມົນຕີການຕ່າງປະເທດຈີນ ຫວາງອີ.

ນີ້ແມ່ນຂໍ້ມູນຂ່າວ ທີ່ໄດ້ຍົກອອກມາໃນການປະຊຸມຂ່າວຂອງກະຊວງການຕ່າງປະເທດ ຈີນ ໃນວັນທີ 04 ທັນວາ.

        ໂຄສົກກະຊວງການຕ່າງປະເທດ ຈີນ ເກິ໊ງສວາງ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານ Ri Yong-ho ຈະມີການພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງຈີນ, ໃນນັ້ນມີຄູ່ຕໍາແໜ່ງຫວາງອີ. ສອງຝ່າຍ ຈະມີການ “ແລກປ່ຽນຢ່າງເລິກເຊິ່ງຕໍ່ບັນດາທັດສະນະ” ກ່ຽວກັບ ການພົວພັນລະຫວ່າງ ຈີນ - ສປປ.ເກົາຫຼີ, ສະພາບການຢູ່ແຫຼມເກົາຫຼີ ແລະ ບັນດາບັນຫາອື່ນ ເຊິ່ງຕ່າງຝ່າຍຕ່່າງມີຄວາມສົນໃຈ. ທ່ານເກີ໊ງສວາງ ເນັ້ນໜັກວ່າ ການຢ້ຽມຢາມຈີນ ທີ່ຈະມາເຖິງຂອງທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ຈະສົ່ງຜົນສະທ້ອນຢ່າງຕັ້ງໜ້າ ຕໍ່ເລື່ອງຊຸກຍູ້ການພົວພັນ, ກໍຄືກ່ຽວກັບການຕິດຕໍ່ພົວພັນ, ຮ່ວມມື ກ່ຽວກັບແຫຼມເກົາຫຼີ ແລະ ບັນດາບັນຫາອື່ນອີກ.


ຕອບກັບ

ຂ່າວ/ບົດ​ອື່ນ