ຈີນ, ລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການພົວພັນເພື່ອຜົນປະໂຫຍດຂອງ 2 ປະເທດ ແລະ ໂລກ

(VOVWORLD) - ທີ່ການພົບປະ, ທ່ານ ຫວາງຈີ໋ຊານ ໄດ້ຕີລາຄາສູງການພົວພັນລະຫວ່າງຈີນ ແລະ ລັດເຊຍ, ພ້ອມທັງຖືວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ ແລະ ລັດເຊຍ
ຈີນ, ລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການພົວພັນເພື່ອຜົນປະໂຫຍດຂອງ 2 ປະເທດ ແລະ ໂລກ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານຮອງປະທານປະເທດ ຈີນ ຫວາງຈີ໋ຊານ

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານຮອງປະທານປະເທດ ຈີນ ຫວາງຈີ໋ຊານ ໄດ້ພົບປະກັນໃນວັນທີ 25 ພຶດສະພາ, ຢູ່ນະຄອນ St.Peterburg, ຕາມນັ້ນແລ້ວ, 2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື 2 ຝ່າຍ ເພື່ອຜົນປະໂຫຍດຂອງທັງ 2 ປະເທດ ກໍ່ຄືຂອງທົ່ວໂລກ.

        ທີ່ການພົບປະ, ທ່ານ ຫວາງຈີ໋ຊານ ໄດ້ຕີລາຄາສູງການພົວພັນລະຫວ່າງຈີນ ແລະ ລັດເຊຍ, ພ້ອມທັງຖືວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ ແລະ ລັດເຊຍ, ປະກອບສ່ວນສຳຄັນບໍ່ພຽງແຕ່ສຳລັບ 2 ປະເທດເທົ່ານັ້ນ ຫາກຍັງທົ່ວໂລກອີກດ້ວຍ.  ທ່ານ ຫວາງຈີ໋ຊານ ເນັ້ນໜັກວ່າ 2 ປະເທດໄດ້ສ້າງຮູບແບບການພົວພັນອັນໃຫຍ່ຫຼວງ ແລະ ຢາກປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບຍຸດທະສາດທົ່ວໂລກ, ສ້າງຮູບແບບໃໝ່ໃນການພົວພັນສາກົນ ແລະ ປະຊາຄົມມຸ່ງໄປເຖິງອະນາຄົດລວມຂອງມວນມະນຸດ.

        ສ່ວນທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ ປະຈຸບັນ, ການພົວພັນ ລັດເຊຍ - ຈີນ ພວມໄດ້ຮັກສາຢູ່ລະດັບສູງດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການເພີ່ມທະວີ, ການຮ່ວມມື 2 ຝ່າຍແທດຈິງ, ການພົວພັນດ້ານເສດຖະກິດ ແລະ ການຄ້າໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ, ມີການຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍໂຄງການ, ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດພົວພັນແລກປ່ຽນປະຊາຊົນໄດ້ຮັບການຍູ້ແຮງ…

        ທ່ານຮອງປະທານປະເທດ ຈີນ ຫວາງຈີ໋ຊານ ພວມຢູ່ ຢ້ຽມຢາມລັດເຊຍ ເພື່ອເຂົ້າຮ່ວມເວທີປາໄສເສດຖະກິດສາກົນ St.Petersburg ຄັ້ງທີ 22.

ຕອບກັບ

ຂ່າວ/ບົດ​ອື່ນ