ຈີນ, ອາເມລິກາ ປະຕິກິລິຍາກ່ຽວກັບເຫດຍິງລູກສອນໄຟຂອງ ສປປ ເກົາຫຼີ

ຈີນ, ອາເມລິກາ ປະຕິກິລິຍາກ່ຽວກັບເຫດຍິງລູກສອນໄຟຂອງ ສປປ ເກົາຫຼີ - ảnh 1
ທ່ານ​ນາງ ຮວາ​ຈວນ​ຍີ໋ງ (ພາບ: TTXVN)

(vovworld) - ຈີນ ​ແລ​ະ ອາ​ເມ​ລິ​ກາ ຫາ​ກໍ່​ຍົກ​ອອກ​ປະຕິກິລິຍາ​ທີ່​ແຕກ​ຕາງ​ກັນ ພາຍ​ຫລັງ​ເຫດ​ຍິງ​ລູກ​ສອນ​ໄຟ​ ​ຂອງ ສປປ.​ເກົາຫຼີ ຖືກປະລາ​ໄຊ ​ໃນ​ຕອນ​ເຊົ້າ​ວັນ​ທີ 22/03. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ທ່ານ​ນາງ ຮວາ​ຈວນ​ຍີ໋ງ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ (​ໃສ່​ໃຈ) ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເຫດ​ຍິງ​ລູກ​ສອນ​​ໄຟ​ຖືກປະລາ​ໄຊ​ດັ່ງກ່າວ ​ແລະ ​ເລື່ອງ ອາ​ເມ​ລິ​ກາ ພວມ​ພິຈາ​ລະນາຈັດ​ວາງ​ຄຳ​ສັ່ງ​ປັບ​ໄໝ​ລົງ​ໂທດ​ຕ້ານ ພຽງ​ຢາງ. ​ເຈົ້າ​ໜ້າ​ທີ່​ຜູ້ນີ້ ກໍ່​​ເລັ່ງລັດ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ສະ​ແດງ​ຄວາມອົດ​ກັ້ນ​ໄວ້. ທ່ານ​ນາງ ຮວາ​ຈວນ​ຢີ໋ງ ກໍ່​ຖື​ວ່າ ບັນຫາ​ນິວ​ເຄຼຍຂອງ ສປປ.​ເກົາ​ຫຼີ ​ແມ່ນບັນຫາ​ສັບສົນ​ທີ່​ສຸດ, “​ເລີ່​ມມາ​ຈາກ​ຂາດ​ຄວາມ​ເຊື່ອ​ໝັ້ນ​ຊຶ່ງ​ກັນ ​ແລະ ກັນ” ກໍ່​ຄື​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ ສປປ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ. ​ໃນ​ຂະນະ​ນັ້ນ ຜູ້ຕາງໜ້າ​ພິ​ເສດ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ນະ​ໂຍບາຍການ​ທູ​ດສຳລັບ ສປປ.​ເກົາຫຼີ ທ່ານ Joseph Yun ກ່າວປະນາມ​ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ​ປະ​ເທດ​ນີ້. ທ່ານ Yun ​ເນັ້ນ​ໜັກ​ວ່າ ​ເຫດ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ ​ໄດ້​ລະ​ເມີດ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ອາ​ເມ​ລິ​ກາ ຄວນ​ຮ່ວມ​ມື​ກັບ ຈີນ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ບັງຄັບ ພຽງຢາງ ຢຸດຕິ​ບັນດາ​ການ​ກະທຳ​​ເກາະ​ຜິດ, ນາບ​ຂູ່​ເຖິງ​ພັນທະ​ມິດ​ຂອງ ອາ​ເມ​ລິ​ກາ ​ແມ່ນ ຍີ່ປຸ່ນ ​ແລະ ສ.​ເກົາຫຼີ.

 

ຕອບກັບ

ຂ່າວ/ບົດ​ອື່ນ