ຈີນ ແລະ ອາຊຽນ ຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນ

(VOVWORLD) - ຈີນ ແມ່ນປະເທດນຳໜ້າໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ແມ່ນຄູ່ຮ່ວມມືໃຫຍ່ຂອງ ອາຊຽນ ໃນການຊຸກຍູ້ພື້ນຖານເສດຖະກິດດີຈີຕອນໃນພາກພື້ນ.
ຈີນ ແລະ ອາຊຽນ ຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນ - ảnh 1ຈີນ ແລະ ອາຊຽນ ຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນ (ພາບ: THX/TTXVN)

ຈີນ ແລະ ອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາວ່າໃນປີນີ້ ຈະເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ. ກ່າວຄຳເຫັນທີ່ເຫດການທາງອອນລາຍ ເຊິ່ງເປັນຂີດໝາຍໃຫ້ແກ່ການເລີ່ມຕົ້ນປີຮ່ວມມືເສດຖະກິດດີຈີຕອນ ຈີນ - ອາຊຽນ, ທ່ານ ຍິວວູ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອາຊຽນ ຈະເປີດກ້ວາງການຮ່ວມມືໃນຂົງເຂດເຕັກໂນໂລຊີ 5ຈີ, ເຊື່ອມຕໍ່ອິນເຕີແນັດສັບພະສິ່ງ (LoT), ປັນຍາປະດິດ, ໜູນໃຊ້ LoT ເຂົ້າໃນຂົງເຂດຜະລິດ ກໍ່ຄືໝູນໃຊ້ເຕັກນິກດີຈີຕອນເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

        ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໃຫ້ຮູ້ວ່າ: ຈີນ ແມ່ນປະເທດນຳໜ້າໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ແມ່ນຄູ່ຮ່ວມມືໃຫຍ່ຂອງ ອາຊຽນ ໃນການຊຸກຍູ້ພື້ນຖານເສດຖະກິດດີຈີຕອນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ