ຈີນຈົ່ງຢຸດຕິໂດຍທັນທີແລະຖາວອນສຳລັບການເຄື່ອນໄຫວກໍ່ສ້າງເກາະທຽມຢູ່ທະເລຕາເວັນອອກ

ຈີນຈົ່ງຢຸດຕິໂດຍທັນທີແລະຖາວອນສຳລັບການເຄື່ອນໄຫວກໍ່ສ້າງເກາະທຽມຢູ່ທະເລຕາເວັນອອກ - ảnh 1
ຈີນ​ຈົ່ງຢຸດຕິ​ໂດຍ​ທັນທີ​ແລະ​​ຖາວອນສຳລັບ​
ການ​ເຄື່ອນ​ໄຫວ​ກໍ່ສ້າງ​ເກາະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ
(ພາບ: Reuters)


​(vovworld) -  ຈີນ​ຈົ່ງຢຸດຕິ​ໂດຍ​ທັນທີ​ແລະ​​ຖາວອນ​ສຳລັບການ​ເຄື່ອນ​ໄຫວ​ກໍ່ສ້າງ​ເກາະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ສິ່ງ​ດັ່ງກ່າວ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອ​ງ​ກັນ​ປະ​ເທດອາ​ເມ​ລິ​ກາ Ashton Carter ​ເນັ້ນ​ໜັກ​ເຖິງ​ໃນ​ບົດ​ກ່າວ​ປາ​ໄສ ​ໃນ​ຕອນ​ເຊົ້າວັນ​ທີ 30/05, ຢູ່​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງອາຊີ (ກອງ​ປະຊຸມ Shangri-La) ຄັ້ງ​ທີ 14 ພວມ​ດຳ​ເນີນ​ໄປ​ຢູ່​ສິງກະ​​ໂປ. ທ່ານ​ Ashton Carter ​ເນັ້ນ​ໜັກ​ວ່າ, ກາ​ນກະທຳ​​ໃນປະຈຸ​ບັນຂອງ​ຈີນ​​ ​ຢູ່​ພາກ​ພື້ນ ​ໄດ້ “​ເກີນ​ຂອບ​ເຂດ” ບັນດາ​ມາດ​ຕະຖານ​ສາກົນ. ​ໃນ​ບົດ​ກ່າວ​​ປາ​ໄສ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ສ​ຳຄັນ ​ແລະ ດຶງ​ດູ​ດຄວາມ​ສົນ​ໃຈ​ຂອງ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ, ທ່ານ Ashton Carter ​ເນັ້ນ​ໜັກ​ວ່າ “ອາ​ເມ​ລິ​ກາ ຄັດຄ້ານ​ເລື່ອງ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ຫັນ​ເປັນ​ການ​ທະຫານ” ຢູ່​ທະ​ເລ​ຕາ​ເວັນ​ອອກ.

   ກ່​ອນໜ້າ​ນັ້ນ, ວັນ​ທີ 29/05, ​ໃນ​ບົດ​ກ່າວ​ປາ​ໄສ​ໄຂກອງ​ປະຊຸມ Shangri-La ຄັ້ງ​ທີ 14, ທ່ານ​ນາຍົກລັດຖະມົນຕີສິ່ງກະ​ໂປ​ ຫຼີຊຽນຫຼົງ ​ໄດ້​ຮຽກຮ້ອງ​ໃຫ້​ຈີນ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ຊຸກຍູ້​ການ​ລົງ​ນາມ​​ໃນປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ຢ່າງ​ໄວ​ສຸດ ​ເພື່ອ​ບໍ່​​ປະໃຫ້​ເກີດການ​ຂັດ​ແຍ້​ງທີ່​ເຮັດ​ໃຫ້ການ​ພົວພັນ​​ຖືກ​ຊົ່ວ​ຮ້າຍ​ໄປ. ຕາມ​ທ່ານ​​ແລ້ວ, ​ໃນ​ໄລຍະ​ຍາວ, ຄວາມ​ເປັນ​ລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ​ໃນ​ພາກ​ພື້ນ ບໍ່​ອາ​ດຖືກ​ຮັກສາ​ໄດ້​ພຽງ​ປະ​ເທດ​ມະຫາ​ອຳນາດ​ໜຶ່ງ​ດ່ຽວ, ຫາກ​ຮຽກຮ້ອງ​ຕ້ອງ​ໄດ້​ຮັບ​ການ​ເຫັນ​ດີ ​ແລະ ຮັບ​ຮູ້​ຈາກ​ປະຊາຄົມ​ໂລກ.

        ຫວ່າງ​ແລ້ວ​ນີ້, ຜູ້​ບັນຊາ​ການ​ທະຫານ​ມະຫາ​ສະໝຸດ​ປະ​ຊີ​ຟິກຂອງ​ອາ​ເມລິ​ກາຄົນ​ໃໝ່, ພົນ​ເຮືອ​ເອກ Harry Harris, ກໍ່​ພັນ​ລະ​ນາ​ກ່ຽວ​ກັບ​ການ​ທວງ​ເອົາ​ອະຕິ​ປະ​ໄຕ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ “​​ໄຮ້​ເຫດຜົນ”. ພົນ​ເຮືອ​ເອກ Harry Harris ຖະ​ແຫຼ​ງວ່າ, ບັນດາ​ກຳລັງ​ຂອງ​ອາ​ເມ​ລິ​ກາ, ຖ້າ​ຫາກ​ໄດ້​ຮັບ​ຄຳ​ສັ່ງ​ຈະ​ພ້ອມ​ແລ້ວ “ທຳ​ການ​ສູ້​ຮົບ​ເພື່ອ​ປົກ​ປ້ອງ​ບັນດາ​ສິດຜົນປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ​ຢູ່​ເຂດ​ອາຊີ - ​ປາຊີ​ຟິກ ທີ່​ກວ້າງ​ໃຫຍ່”.

        ​ແລະ​ກໍ່​ໃນ​ວັນ​ 29/05, ທ່ານ​ປະທານ​ກຳມາທິການ​ກຳລັງ​ທະຫານ​ອາ​ເມລິ​ກາ, ສະມາຊິກ​ສະພາ​ສູງ John McCain ສະ​ເໜີ​ອາ​ເມ​ລິ​ກາ ສະໜອງ​ຈຳນວນ​ເງິນ​ນັບ​ຮ້ອຍ​ລ້ານ USD ​ເພື່ອ​ຊ່ວຍຝຶກ​ອົບຮົມ ​ແລະ ປະກອບພາຫະ​ນະ, ອາວຸດ​​ໃຫ້​ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອ​ອກສ່ຽງ​ໃຕ້ ​ແນ​ໃສ່​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ເຂດ​ນ້ຳ​ແດນ​ດິນ.

ຂ່າວ/ບົດ​ອື່ນ