ຈີນ​ຊົມ​ເຊີຍ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ ໄປ​ຢ້ຽມ​ຢາມ ຈີນ

(VOVWORLD) - ການຢ້ຽມຢາມຈະຍົກສູງຄວາມເຂົ້າໃຈທີ່ພາວະວິໄສຂອງສະພາແຫ່ງຊາດ ອາເມລິກາ ກ່ຽວກັບ ຈີນ, ພ້ອມທັງຊຸກຍູ້ການເຈລະຈາ ແລະ ແລກປ່ຽນລະຫວ່າງອົງການນິຕິບັນຍັດສອງປະເທດ ເພື່ອແນໃສ່ປັບປຸງບັນດາປັດໄຈຕັ້ງໜ້າໃຫ້ແກ່ການພົວພັນສອງຝ່າຍ.
ຈີນ​ຊົມ​ເຊີຍ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ ໄປ​ຢ້ຽມ​ຢາມ ຈີນ - ảnh 1ທ່ານ Chuck Schumer ສະມາຊິກສະພາສູງ ອາເມລິກາ (ພາບ: AFP/TTXVN)

ວັນທີ 4 ຕຸລາ, ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ປະເທດນີ້ຊົມເຊີຍແຜນການຢ້ຽມຢາມ ຈີນຂອງຄະນະສະມາຊິກສະພາສູງ ອາເມລິກາ ໂດຍທ່ານສະມາຊິກສະພາສູງ Chuck Schumer ນຳໜ້າຄະນະ. ຈີນ ຫວັງວ່າ ການຢ້ຽມຢາມຈະຍົກສູງຄວາມເຂົ້າໃຈທີ່ພາວະວິໄສຂອງສະພາແຫ່ງຊາດ ອາເມລິກາ ກ່ຽວກັບ ຈີນ, ພ້ອມທັງຊຸກຍູ້ການເຈລະຈາ ແລະ ແລກປ່ຽນລະຫວ່າງອົງການນິຕິບັນຍັດສອງປະເທດ ເພື່ອແນໃສ່ປັບປຸງບັນດາປັດໄຈຕັ້ງໜ້າໃຫ້ແກ່ການພົວພັນສອງຝ່າຍ.

        ກ່ອນໜ້ານັ້ນ, ກໍໃນວັນດຽວກັນ, ທ່ານສະມາຊິກສະພາສູງ Schumer ແຈ້ງໃຫ້ຊາບວ່າ ຈະນຳໜ້າຄະນະຜູ້ແທນສະພາສູງ ອາເມລິກາ, ລວມມີ ສະມາຊິກລັດຖະສະພາຂັ້ນສູງ 6 ທ່ານ, ໃນນັ້ນ ມີສະມາຊິກສະພາສູງ ພັກສາທາລະນະ ທ່ານ Mike Crapo, ໄປຢ້ຽມຢາມ ຈີນ ໃນອາທິດໜ້າ. ນີ້ຈະແມ່ນການຢ້ຽມຢາມ ຈີນ ຄັ້ງໃໝ່ສຸດ ຂອງບັນດາເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ນັບແຕ່ຕົ້ນປີມານີ້. ຕາມແຜນການແລ້ວ, ພາຍຫຼັງໄປ ຢ້ຽມຢາມ ປະເທດ ຈີນ, ຄະນະຜູ້ແທນຂອງທ່ານ Schumer ກໍຈະເດີນທາງໄປຍັງ ຍີ່ປຸ່ນ ແລະ ສ.ເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ