ຈີນ​ຖື​ການ​ພົວ​ພັນ​ກັບ ຫວຽດ​ນາມ​ເປັນ​ສຳ​ຄັນ​ທີ່​ສຸດ

(VOVWORLD) -ທ່ານ ຈາວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຢັ້ງຢືນວ່າ:  ຫວຽດນາ ແລະ ຈີນ ແມ່ນສອງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ ສະໜິດສະໜົມມີ “ຮ່ວມສາຍພູ, ຮ່ວມແມ່ນ້ຳ”, ມີມູນເຊື້ອມິດຕະພາບ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງກັນ” ແລະ ພ້ອມກັນມີຄວາມເຊື່ອໝັ້ນຕໍ່ອຸດົມຄະຕິອັນດຽວກັນ.
ຈີນ​ຖື​ການ​ພົວ​ພັນ​ກັບ ຫວຽດ​ນາມ​ເປັນ​ສຳ​ຄັນ​ທີ່​ສຸດ - ảnh 1ທ່ານ ຈາວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນ

ຕອນບ່າຍວັນທີ 25 ພຶດສະພາ, ຢູ່ກອງປະຊຸມຖະແຫຼງຂ່າວ ນັດສາມັນຂອງກະຊວງການຕ່າງປະເທດຈີນ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບການເຈລະຈາທາງໂທລະສັບລະຫວ່າງ ທ່ານ ປະທານປະເທດຫວຽດນາມ ຫງວຽຊວັນຟຸກ ແລະ ທ່ານ ເລຂາທິການໃຫຍ່,ປະທານປະເທດ ຈີນ ສິຈິ້ນຜິງ ເມື່ອວັນທີ 24 ພຶດສະພາທີ່ມີຄວາມໝາຍແນວໃດຕໍ່ການພົວພັນລະຫ່ວາງສອງພັກ, ສອງລັດ, ທ່ານ ຈາວລີຈຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຢັ້ງຢືນວ່າ:  ຫວຽດນາ ແລະ ຈີນ ແມ່ນສອງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ ສະໜິດສະໜົມມີ “ຮ່ວມສາຍພູ, ຮ່ວມແມ່ນ້ຳ”, ມີມູນເຊື້ອມິດຕະພາບ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງກັນ” ແລະ ພ້ອມກັນມີຄວາມເຊື່ອໝັ້ນຕໍ່ອຸດົມຄະຕິອັນດຽວກັນ. ແຕ່ຕົ້ນປີມາຮອດປັດຈຸບັນ, ການພົວພັນລະຫວ່າງສອງພັກ, ສອງລັດ ໄດ້ຮັກສາທ່າອ່ຽວພັດທະນາອັນດີງາມ, ດັ່ງນັ້ນການເຈລະຈາທາງໂທລະສັບລະຫວ່າງການນຳສອງຝ່າຍຄັ້ງນີ້ ເພື່ອແນໃສ່ຊີ້ເຫັນແຈ້ງທິດທາງການພົວພັນສອງປະເທດ ໃນໄລຍະຈະມາເຖິງ. ທ່ານ ຈາວລີຈຽນ ກໍ່ເນັ້ນໜັກວ່າ ຈີນ ຖືການພົວພັນກັບຫວຽດນາມເປັນສຳຄັນທີ່ສຸດ ແລະ ມີຄວາມປາດຖະໜາຢາກພ້ອມກັບຫວຽດນາມ ເຮັດໃຫ້ເນື້ອໃນການຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງສອງປະເທດ ອຸດົມສົມບູນກ່ວາອີກ, ເພີ່ມກຳລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ພາລະກິດພັດທະນາສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ