ຈີນປາດຖະໜາເພີ່ມທະວີການຮ່ວມມືການເດີນທະເລຮອບດ້ານກັບອາຊຽນ

ຈີນປາດຖະໜາເພີ່ມທະວີການຮ່ວມມືການເດີນທະເລຮອບດ້ານກັບອາຊຽນ - ảnh 1
(ພາບ​ປະ​ກອບ​ຈາກ AFP)

(vovworld) –  ​ວັນ​ທີ 28/3, ທ່ານ​ກຳ​ມະ​ການ​ຄະ​ນະ​ລັດ​ຖະ​ບານ ຈີນ ຢາງ​ເຈຍ​ຊື້ ໃຫ້​ຮູ້​ວ່າ: ປັກ​ກິ່ງ ຫວັງ​ວ່າ​ການ​ຮ່ວມ​ມື​ດ້ານ​ການ​ເດີນ​ທະ​ເລລະ​ຫວ່າງ​ປະ​ເທດນີ້ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ຈະ​ກາຍ​ເປັນ​ຮູບ​ແບບ​ໃຫ​້​ແກ່​ການ​ສ້າງ​ຕັ້ງ​ເສັ້​ນ​ທາງ​​ຄົມ​ມະ​ນາ​ຄົມ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21. ຄຳ​ເຫັນ​ດັ່ງ​ກ່າວ​ໂດຍ​ທ່ານ ຢາງ​ເຈຍ​ຊື້ ຍົກ​ອອ​ກ​ມາ​ໃນ​ພິ​ທີ​ປຸກ​ລະ​ດົມ​ປີ​ຮ່ວມ​ມື​ກ​ານເດີນ​ທະ​ເລ​ລະ​ຫວ່າງ ຈີນ ແລະ ອາ​ຊຽນ​ຢູ່ນອກເວ​ທີ​ປາ​ໄສ ອາ​ຊີ ປົວ​ຢາວ 2015 (BFA) ຢູ່​ແຂວງ ໄຮ​ໜານ, ພາກ​ໃຕ້​ປະ​ເທດ​ຈີນ. ທ່ານ ຢາງ​ເຈຍ​ຊື້ ຢັ້ງ​ຢືນ ຈີນ​ກຽມ​ພ້ອມ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ​ກ່ຽວ​ຂ້ອງ​ເພື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​​ການເດີນ​ທະ​ເລ​ພ້ອມ​ກັນ​​ຮັບ​ຜົນ​ປະ​ໂຫຍດ ແລະ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ຄວາມ​ຄືບ​ໜ້າ​ໂດຍ​ໄວ. ໃນ​ຂະ​ນະ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ ຢາງ​ເຈຍ​ຊື້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຕິ​ມະ​ສັກ ປະ​ຕິ​ມາ​ພ​ຣາ​ກອນ ເນັ້ນ​ໜັກ​ວ່າ: ບັນ​ດາ​ສະ​ມາ​ຊິກ ອາ​ຊ​ຽນ ກຽມ​ພ້ອມ​ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ເດີນ​ທະ​ເລ ກັບ ຈີນ ແລະ ເພີ່ມ​ທະ​​ວີ​ການ​ເຊື່ອມ​ຕໍ່ ອາ​ຊ​ີ.

 


ຂ່າວ/ບົດ​ອື່ນ