ຈີນອັດກອງປະຊຸມສະໄໝສາມັນຄັ້ງທີ 5 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 12

ຈີນອັດກອງປະຊຸມສະໄໝສາມັນຄັ້ງທີ 5 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 12 - ảnh 1
ຜູ້​ແທນ​ປະ​ມານ 2.900 ຄົນ​ເຂົ້າ​ຮ່ວມກອງ​ປະ​ຊຸມຄັ້ງ​ທີ 5 ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ຈີນ​ຊຸດທີ 12

(vovworld) - ຕອນ​ເຊົ້າ​ວັນ​ທີ 15/3, ທີ່​ຫໍ​ປະ​ຊຸມ​ໃຫຍ່​ປະ​ຊາ​ຊົນ​ຢູ່​ນະ​ຄອນຫຼວງ ປັກ​ກິ່ງ, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 5 ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ຈີນ​ຊຸດທີ 12 ໄດ້​ອັດ​ລົງ​, ໂດຍພາຍ​ໃ​ຕ​້​ການ​ເປັນ​ປະ​ທານ​ຂອງ​ທ່ານ ​ຈາ​ງ​ເຕີ​ແຈງ, ຫົວ​ໜ້າກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ຈີນ. ເຂົ້າ​ຮ່ວມ​ພິ​ທີ​ອັດ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ເຄ​ີ​ຊຽນ, ​ທ່ານປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ ​ແຫ່ງ​ຊາດ​​ຈີນ ອີ​ເຈີ້ງ​ເສິ່ງ ແລະ ການນຳຂັ້ນ​ສູງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ລັດ​ຖະ​ບານ, ພ້ອມ​ກັບ​ສະ​ມາ​ຊິກ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ປະ​ມານ 2.900 ຄົນ. ທີ່​ພິ​ທີ​​ອັດ​ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້​ລົງ​​ມະ​ຕິ​ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ສຳ​ຄັນ​ເຊິ່ງ​ລວມ​ມີ: ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ, ມະ​ຕິ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ ແລະ ເສດ​ຖະ​ກິດ​​ - ສັງ​ຄົມແຫ່ງ​ຊາດ​ປີ 2016 ແລະ ແຜນ​ການ​ພັດ​ທະ​ນາເສດ​ຖະ​ກິດ - ສັງ​ຄົມ​ແຫ່ງ​ຊາດ​ປີ 2017…


ຂ່າວ/ບົດ​ອື່ນ