ຈີນອັດກອງປະຊຸມສະໄໝສາມັນເທື່ອທີ2ສະພາແຫ່ງຊາດຊຸດທີ12

ຈີນອັດກອງປະຊຸມສະໄໝສາມັນເທື່ອທີ2ສະພາແຫ່ງຊາດຊຸດທີ12 - ảnh 1
ທ່ານປະທານສະພາ​ຜູ້​ແທນປະຊາຊົນທົ່ວ​ປະ​ເທດ ຈີນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 13/3, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ຜູ້​ແທນປະຊາຊົນທົ່ວ​ປະ​ເທດ ຈີນ ( ສະພາ​ແຫ່ງ​ຊາດ) ຊຸດ​ທີ 12 ​ໄດ້​​ປະຊຸມວາລະ​ອັດ​ທີ່​ຫໍ​​ສະພາ​ປະຊາຊົນ​ຢູ່​ນະຄອນຫຼວງ ບັກ​ກິ​ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 2.906 ທ່ານ.

    ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ພິທີ​ອັດ, ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽງ ​ໃຫ້​ຮູ້​ວ່າ, ລັດຖະບານ​ປະ​ເທດ​ນີ້​ຈະ​ສືບ​ຕໍ່​ຍູ້​ແຮງ​ພາລະກິດ​ປະຕິ​ຮູບ​ເປີດ​ປະຕູ, ຍົກ​ສູ​ງບົດບາດ​ຂອງ​ປະ​ເທດ​ໜຶ່ງ​ທີ່​ມີ​ຄວາມ​ຮັບຜິດຊອບ​ສຳລັບ​ບັນຫາ​ສາກົນ. ຕາມ​ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽນ ​ແລ້ວ, ​ໃນ​ປີ 2014, ລັດຖະບານ​ປະ​ເທດ​ນີ້ ຄວນ​ຮັກສາ​ລະດັບ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ເໝາະ​ສົມ, ຍູ້​ແຮງ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ ຫຼີ​ເຄີ​ສຽງ ​ເນັ້ນ​ໜັກ​ວ່າ: ​​ໂດຍແມ່ນ​ປະ​ເທດ​ໜຶ່ງ​ດ້ວຍ​ພົນລະ​ເມືອງ​ກ່ວາ 1,3 ຕື້​ຄົນ​ນັ້ນ, ຢາກ​ພັດທະນາ ​ແລະ ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຈີນ ຄວນ​ມີ​ສະພາບ​ແວດ​ລ້ອມສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ທັງ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​.


ຂ່າວ/ບົດ​ອື່ນ