ຈີນຮຽກຮ້ອງຝ່າຍຕ່າງໆເຄົາລົບປະຕິບັດການປອດນີວເຄຼຍໃນແກຼມເກົ່າຫຼີ

ຈີນຮຽກຮ້ອງຝ່າຍຕ່າງໆເຄົາລົບປະຕິບັດການປອດນີວເຄຼຍໃນແກຼມເກົ່າຫຼີ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີ​ນ ຫວາ​ງຢີ
(ພາບປະກອບ)


(vovworld) – ບັນດາ​ຝ່າ​ຍທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ 6 ຝ່າຍ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ສປປ.​ເກົາຫຼີ ຕ້ອງ​ເຄົາລົບ​ເນື້ອ​ໃນ​ຈິດ​ໃຈ​ຖະ​ແຫຼງການ​ຮ່ວມ 19/09 ທີ່​ບັນ​ລຸ​ໄດ້​ກ່ອນ​ນີ້ 10 ປີ, ​ເພື່ອ​ແນ​ໃສ່ປະຕິບັດ​ການ​ປອດ​ນິວ​ເຄຼຍ ​ໃນ​​ແກຼມ​ເກົ່າ​ຫຼີ. ຄຳ​ຖະ​ແຫຼ​ງດັ່ງກ່າວ​​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີ​ນ ຫວາ​ງຢີ ​ຍົກ​ອອກ​ມາ ​ໃນ​ວັນ​ທີ 19/09, ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 10 ​ແຫ່ງ​ວັນປະກາດ​ຖະ​ແຫຼ​ງການຮ່ວມ. ກ່າວ​ຄຳ​ເຫັນຕໍ່​ໜ້າ​ນັກຮຽນ​ຮູ້ ​ແລະ ​ເຈົ້າ​ໜ້າ​ທີ່​ມາ​ຈາກ​ຈີນ, ລັດ​ເຊ​ຍ, ອາ​ເມ​ລິ​ກາ, ສ.​ເກົາຫຼີ ​ແລະ ຍີ່​ປຸ່ນ 100 ທ່ານ, ທ່ານ ຫວາງຢີ ​ເນັ້ນ​ໜັກ​ວ່າ, ມາ​ຮອດ​ປະຈຸ​ບັນ, ຖະ​ແຫຼ​ງການຮ່ວມ​ດັ່ງກ່າວ​ຍັງ​ມີ​ຜົນ​ສັກສິດ​ຢູ່ ​ແລະ ຖະ​ແຫຼງການ​ຮ່ວມດັ່ງກ່າວຍັງ​ຊີ້​​ໃຫ້​ເຫັນ​ຄວາມ​ສຳຄັນ ​ແລະ ຄວາມ​ເໝາະ​ສົມ​ຂອງ​ມັນ. ທ່ານ​ຊີ້​ແຈ້ງວ່າ: “ຖະ​ແຫຼ​ງການ​ຮ່ວມ​ແມ່ນ​ວິທີ​ດີ​ທີ່​ສຸດ​ເພື່ອ​ແກ້​ໄຂ​ບັນ​ຫານິວ​ເຄຼຍ​ໃນ​ແກຼມ​ເກົ່າ​ຫຼີ ທັງ​ແມ່ນ​ເສັ້ນທາງ​ທີ່​ຖືກຕ້ອງ ນຳ​ມາ​ເຊິ່ງສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ແກຼມ​ເກົ່າ​ຫຼີີ”. ທ່ານ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈລະຈາ​ ຢືນຢັນ​​​ເນື້ອ​ໃນ, ຫຼັກ​ການ​ຂອງ​ຖະ​ແຫຼງການ​ຮ່ວມ ກໍ​ຄື​ຢືນຢັນ​ເລື່ອງ​ປອດ​ນິວ​ເຄຼີຍ​ໃນ​​ແກຼມ​ເກົ່າ​ຫຼີ ຄືນ​ໃໝ່ ​​ເພື່ອ​ແນ​ໃສ່ຮັກສາ​ສະພາບ​ສະຖຽນ​ລະ​ພາບ ​ແລະ ສັນຕິພາບ​ລວມ. ຕາ​ມທ່ານ ຫວາງ​ຢີ ​ແລ້ວ, ບັນດາ​ຝ່າຍ​ຕ້ອງ​ສ້າງ​ເງື່ອນ​ໄຂ​ເພື່ອ​ຟື້ນ​ຟູ​ຖະ​ແຫຼ​ງການຮ່ວມ ກໍ​ຄື​ເລີ່​ມ​ດຳ​ເນີນ​ການ​ເຈລະຈາ 6 ຝ່າຍ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ