ຈີນເລີ່ມຕົ້ນກໍ່ສ້າງສະຖານີອາວະກາດມີປະສິດທິຜົນກ່ວາISSໃນປີ2017

ຈີນເລີ່ມຕົ້ນກໍ່ສ້າງສະຖານີອາວະກາດມີປະສິດທິຜົນກ່ວາISSໃນປີ2017 - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ທີ 15/09, ວິສະວະກອນຮັບຜິດຊອບ​ໂຄງການການບິນ​ອາ​ວະ​ກາດມີ​ຄົນ​ຂັບ​ຂອງ ຈີນ ທ່ານ ​ເຈົາ​ຈຽງ​ຜີ້ງ ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ຈະ​ເລີ່​ມຕົ້ນ​ການ​ກໍ່ສ້າງ​ສະຖານີ​ອາ​ວະ​ກາດ​ແຫ່ງ​ໜຶ່ງທີ່​ມີ​ປະສິດທິ​ຜົນດ້ານ​ເສດຖະກິດ ​ແລະ ນຳ​ໃຊ້ຂໍ້​ມູນ​​ໄດ້ຫລາຍ​ກ່ວາສະຖານີ​ອາ​ວະ​ກາດ​ສາກົນ (ISS). ວຽກ​ງານ​ກໍ່ສ້າງ​ສະຖານີ​ອາວ​ະກາດ​ນີ້ ຈະ​ເລີ່​ມຕົ້ນ​ຢ່າງ​ໄວ​ສຸດ​ໃນ​ປີ 2017 ​ແລະ ຈີນ ຈະ​ຍິງພາກສ່ວນສຳຄັນ​ຂອງ​ສະຖານີ​ອາ​ວະ​ກາດ​ໃນ​ປີ 2018. ສະຖານີ​ອາ​ວະ​ກາດຂອງ ຈີນ ຈະ​ລວມມີ 3 ສ່ວນ, ມີນ້ຳໜັກ​ກ່ວາ 60 ​ໂຕນ, ນ້ອຍ​ກ່ວາ​ສະຖານີ​ອາ​ວະ​ກາດ ISS ​ແລ​ະ ມີ​ຄວາມ​ສາມາດ​ເຊື່ອມ​ຕໍ່​ສູງ​ສຸດ​ກັບ​ອາ​ວະ​ກາດ​ມີ​ຄົນຂັບ 2 ລຳ ​ແລະ ອາ​ວະ​ກາດ​ຂົນ​ສົ່ງ​ສິນຄ້າ 1 ລຳ​ໄດ້ ສະຖານີ​ອາ​ວະ​ກາດ​ນີ້ ​ໄດ​້ຮັບ​ການອອກ​ແບບ​ເພື່ອ​ຮັບ​ໃຊ້​ນັກ​ບິນ​ອາ​ວະ​ກາດຫລາຍ​ສຸດ​ແມ່ນ 6 ຄົນ.

 

ຂ່າວ/ບົດ​ອື່ນ