ຈີນເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງມຸ່ງໄປເຖິງອາຊຽນ

(VOVWORLD) -ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຟ໋າງເຈິງກາງ, ຕຸງສິງ, ເຂດປົກຄອງດ້ວຍຕົນເອງເຜົ່າຈວາງ ກວາງຊີ, ປະເທດຈີນ ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ.

ຈີນເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງມຸ່ງໄປເຖິງອາຊຽນ - ảnh 1 ຈີນເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງມຸ່ງໄປເຖິງອາຊຽນ

(ພາບປະກອບ: xinxingren.gen.nz)

ເສັ້ນທາງລົດໄຟຄວາມໄວສູງແມ່ນແລວທາງຕົ້ນຕໍຂອງຈີນ ມຸ່ງໄປເຖິງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ພາຍຫຼັງກໍ່ສ້າງສຳເລັດ ຈະຊ່ວຍຍົກສູງຄວາມສາມາດເຊື່ອມຕໍ່ລະຫວ່າງຈີນ ແລະ ບັນດາປະເທດອາຊຽນ. ເສັ້ນທາງລົດໄຟມີລວງຍາວທັງໝົດ 47,6 ກ.ມ, ຄາດຄະເນວ່າໄລຍະເວລາກໍ່ສ້າງແມ່ນ 3 ປີ.

        ນະຄອນ ຟ໋າງເຈິງກາງ ແມ່ນນະຄອນໜຶ່ງດຽວຂອງຈີນ ທີ່ຕິດຈອດກັບອາຊຽນ ດ້ວຍທາງບົກ, ທາງທະເລ, ທາງນ້ຳ, ມີທີ່ຕັ້ງພາກພື້ນສຳຄັນໃນການຊຸກຍູ້ການຮ່ວມມືຍຸດທະສາດຈີນ - ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ