ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ໃນໂລກໄດ້ລື່ນກາຍ 100.000 ຄົນ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າຂອງວັນທີ 11 ເມສາ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກແມ່ນກ່ວາ 1.698.000 ຄົນ, ໃນຂະນະນັ້ນ ຈຳນວນຜູ້ເສຍຊີວິດແມ່ນ 102.693 ຄົນ, ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 376.184 ຄົນ.

  ປະເທດ ອາເມລິກາ ສືບຕໍ່ນຳໜ້າໂລກກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ-19 ດ້ວຍຈຳນວນຫຼາຍກ່ວາ 500.000 ຄົນ ແລະ ມີ 18.725 ຄົນເສຍຊີວິດ. ແອັດສະປາຍ ຢືນທີ 2 ດ້ວຍຜູ້ຕິດເຊື້ອແມ່ນ 158.273 ຄົນ ແລະ ຜູ້ເສຍຊີວິດແມ່ນ 16.081 ຄົນ. ຢືນອັນດັບທີ 3 ແມ່ນ ອີຕາລີ, ອັນດັບທີ 4 ແມ່ນປະເທດ ຝຣັ່ງ. ປະເທດຈີນ ແມ່ນແຫຼ່ງກຳເນີດພະຍາດໂຄວິດ - 19 ຢືນອັນດັບທີ 6 ມີຜູ້ຕິດເຊື້ອ 81.907 ຄົນ ແລະ ມີຜູ້ເສຍຊີວິດ 3.336 ຄົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ