ຈຳນວນຜູ້ເສຍຊີວິດໃນໂລກຍ້ອນໂລກລະບາດໂຄວິດ-19 ແມ່ນຫລາຍກ່ວາ 450.000 ຄົນ

(VOVWORLD) -   ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວປະເທດ ອາເມລິກາ ໄດ້ກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ 26.000 ຄົນ ແລະ ມີ 809 ຄົນເສຍຊີວິດ.

ຕາມເວັບໄຊສະຖິຕິ worldometers.org ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າວັນທີ 18 ມິຖຸນາ (ຕາມເວລາຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ແມ່ນ 8.393.096 ຄົນ, ໃນນັ້ນ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ແມ່ນ 450.452 ຄົນ. ປັດຈຸບັນ ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4,4 ລ້ານຄົນ.

ຈຳນວນຜູ້ເສຍຊີວິດໃນໂລກຍ້ອນໂລກລະບາດໂຄວິດ-19 ແມ່ນຫລາຍກ່ວາ 450.000 ຄົນ - ảnh 1ຈຳນວນຜູ້ເສຍຊີວິດໃນໂລກຍ້ອນໂລກລະບາດໂຄວິດ-19 ແມ່ນຫລາຍກ່ວາ 450.000 ຄົນ (ພາບ: AFP/TTXVN)

        ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວປະເທດ ອາເມລິກາ ໄດ້ກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ 26.000 ຄົນ ແລະ ມີ 809 ຄົນເສຍຊີວິດ. ຍອດຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ຢູ່ ອາເມລິກາ ແມ່ນ 2.234.471 ຄົນ ແລະ ຍອດຈຳນວນຜູ້ເສຍຊີວິດແມ່ນ 119.941 ຄົນ.

        ຢູ່ ອາຊີ, ເຊິ່ງແມ່ນສະຖານທີ່ເກີດໂລກລະບາດໃນທ້າຍປີ 2019 ປະຈຸບັນພວມປະເຊີນໜ້າກັບຄວາມສ່ຽງ ອາດຈະແຜ່ລະບາດຄັ້ງທີ 2 ເມື່ອກວດພົບຜູ້ຕິດເຊື້ອໃໝ່ຫລາຍຄົນຢູ່ ຈີນ, ອິນເດຍ, ອິນໂດເນເຊຍ…

        ໃນຂະນະນັ້ນ, ສະພາບການໂລກລະບາດຢູ່ ເອີຣົບ ສືບຕໍ່ມີທ່າອ່ຽງຫລຸດລົງ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເທດຢູ່ ເອີຣົບ ຜ່ອນຜັນບັນດາມາດຕະການປ້ອງກັນໂລກລະບາດ ແລະ ເປີດດ່ານຊາຍແດນ, ຟື້ນຟູການເຄື່ອນໄຫວເສດຖະກິດເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ