ຈີເລ ປະກາດໄວ້ອາໄລລະດັບຊາດເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດໄຟໄໝ້ປ່າ

(VOVWORLD) - ທ່ານປະທານາທິບໍດີ Boric ກໍ່ຢັ້ງຢືນຈຳນວນຜູ້ເສຍຊີວິດ ອາດຈະຍັງເພີ່ມຂຶ້ນອີກຫຼາຍພໍສົມຄວນ, ໃນຂະນະທີ່ແຫຼ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ສະເພາະຢູ່ເມືອງ Vina del Mar, ຈຳນວນຜູ້ຫາຍສາບສູນຂຶ້ນເຖິງ 300 ຄົນ. ພ້ອມກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບນັ້ນ, ເຫດໄຟໄໝ້ທີ່ຮ້າຍແຮງທີ່ສຸດຢູ່ ຈີເລ ໃນຫຼາຍທົດສະວັດຜ່ານມາກໍ່ໄດ້ທຳລາຍເຮືອນຊານ ແລະ ກິດຈະກຳກໍ່ສ້າງແຫ່ງຕ່າງໆຢູ່ Valparaiso ກ່ວາ 3000 ຫຼັງ.
ຈີເລ ປະກາດໄວ້ອາໄລລະດັບຊາດເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດໄຟໄໝ້ປ່າ - ảnh 1ເຫດໄຟໄໝ້ຮ້າຍແຮງເກີດຂຶ້ື້ນຢູ່ ຈີເລ
(ພາບ:AFP/TTXVN)

ຕອນຄ່ຳວັນທີ 4 ກຸມພາ, ທ່ານປະທານາທິບໍດີ ຈີເລ Gabriel Boric ໄດ້ປະກາດໄວ້ອາໄລລະດັບຊາດ ເປັນເວລາ 2 ວັນ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດໄຟໄໝ້ປ່າຢູ່ນະຄອນ Valparaiso ແລະ ເຂດໃກ້ຄຽງ ພາຍຫຼັງທີ່ຢັ້ງຢືນມີຈຳນວນຜູ້ເສຍຊີວິດຢ່າງໜ້ອຍສຸດ 64 ຄົນ. ທ່ານປະທານາທິບໍດີ Boric ເນັ້ນໜັກວ່າ “ນີ້ແມ່ນວິນາດສະກຳທີ່ຮ້າຍແຮງທີ່ສຸດ” ເຊິ່ງ ຈີເລ ເຄີຍປະສົບນັບແຕ່ເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 27 ກຸມພາ 2010.

        ທ່ານປະທານາທິບໍດີ Boric ກໍ່ຢັ້ງຢືນຈຳນວນຜູ້ເສຍຊີວິດ ອາດຈະຍັງເພີ່ມຂຶ້ນອີກຫຼາຍພໍສົມຄວນ, ໃນຂະນະທີ່ແຫຼ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ສະເພາະຢູ່ເມືອງ Vina del Mar, ຈຳນວນຜູ້ຫາຍສາບສູນຂຶ້ນເຖິງ 300 ຄົນ. ພ້ອມກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບນັ້ນ, ເຫດໄຟໄໝ້ທີ່ຮ້າຍແຮງທີ່ສຸດຢູ່ ຈີເລ ໃນຫຼາຍທົດສະວັດຜ່ານມາກໍ່ໄດ້ທຳລາຍເຮືອນຊານ ແລະ ກິດຈະກຳກໍ່ສ້າງແຫ່ງຕ່າງໆຢູ່ Valparaiso ກ່ວາ 3000 ຫຼັງ. ນະຄອນ ແຫ່ງນີ້ກໍ່ແມ່ນນະຄອນທ່ອງທ່ຽວທີ່ມີຊື່ສຽງນອນໃນເຂດໂນນພູ Andes ແລະ ອົງການ UNESCO ໄດ້ຮັບຮອງເປັນມໍລະດົກໂລກໃນປີ 2003.

ຕອບກັບ

ຂ່າວ/ບົດ​ອື່ນ