ຊຸກ​ຍູ້​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜ່ານ​ການ​ລົງ​ທຶນ​ຈາກຕ່າງ​ປະ​ເທດ

(VOVWORLD) - ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນລ້ວນແຕ່ຢັ້ງຢືນ ການດຶງດູດການລົງທຶນຈາກຕ່າງປະເທດ ໄດ້ ປະກອບສ່ວນໃຫຍ່ຫຼວງທີ່ສຸດ ເຂົ້າໃນ ການພັດທະນາເສດຖະກິດ ສັງຄົມ ຂອງປະເທດຊາດ.
ຊຸກ​ຍູ້​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜ່ານ​ການ​ລົງ​ທຶນ​ຈາກຕ່າງ​ປະ​ເທດ - ảnh 1ກອງປະຊຸມສຳມະນາ “ດຶງດູດເງິນລົງທຶນຈາກຕ່າງປະເທດໃນຂົງເຂດເຕັກໂນໂລຢີສູງ ແລະ ຊຸກຍູ້ການຖ່າຍທອດ ເຕັກໂນໂລຢີ” (ພາບ: nhandan.vn)

ຕອນບ່າຍວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມໄດ້ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ດຶງດູດເງິນລົງທຶນຈາກຕ່າງປະເທດໃນຂົງເຂດເຕັກໂນໂລຢີສູງ ແລະ ຊຸກຍູ້ການຖ່າຍທອດ ເຕັກໂນໂລຢີ”. ໂດຍແມ່ນເຫດການສຳຄັນທີ່ນອນໃນບັນດາການເຄື່ອນໄຫວສະຫຼຸບ 35 ປີແຫ່ງການດຶງດູດເງິນລົງທຶນຈາກຕ່າງປະເທດ ຢູ່ ຫວຽດນາມ, ກອງປະຊຸມສຳມະນາ ໄດ້ຍົກອອກບັນດາການກຳນົດທິດ ໃໝ່ໃນການຊຸກຍູ້ການຖ່າຍທອດເຕັກໂນໂລຢີຜ່ານການລົງທຶນຈາກຕ່າງປະເທດ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີກ່ວາ 38.000 ໂຄງການລົງທຶນຈາກຕ່າງປະເທດ ທີ່ຍັງມີຜົນສັກສິດ ດ້ວຍຍອດທຶນຈົດທະບຽນກ່ວາ 453 ຕື້ USD.

ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນລ້ວນແຕ່ຢັ້ງຢືນ ການດຶງດູດການລົງທຶນຈາກຕ່າງປະເທດ ໄດ້ ປະກອບສ່ວນໃຫຍ່ຫຼວງທີ່ສຸດ ເຂົ້າໃນ ການພັດທະນາເສດຖະກິດ ສັງຄົມ ຂອງປະເທດຊາດ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມາດ ໃນການແກ້ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ. ໃນໄລຍະໃໝ່, ເພື່ອຍາດແຍ່ງທ່າໄດ້ປຽບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍບັນດາ ໂອກາດຫັນປ່ຽນພື້ນຖານເສດຖະກິດໄປຍັງຮູບການເຕີບໂຕອີງຕາມສະມັດຕະພາບ, ຄວາມກ້າວໜ້າດ້ານວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ຢ່າງແຮງ, ຫວຽດນາມ ໄດ້ຢັ້ງຢືນວ່າ ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ ແມ່ນໜຶ່ງໃນບັນດາຂັ້ນຕອນບຸກທະລຸຍຸດທະສາດສຳຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ