ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ

(VOVWORLD) - ທີ່ກອງປະຊຸມທາງອອນລາຍຂອງຄະນະກຳມະການຮ່ວມມືອາຊຽນ - ອິນເດຍ ຄັ້ງທີ 20 ເຊິ່ງໄດ້ຈັດຕັ້ງໃນວັນທີ 11 ມິຖຸນາ, 2 ຝ່າຍໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍໃຫ້ເລິກເຊິ່ງກ່ວາອີກ.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ - ảnh 1 ທີ່ກອງປະຊຸມທາງອອນລາຍຂອງຄະນະກຳມະການຮ່ວມມືອາຊຽນ - ອິນເດຍ ຄັ້ງທີ 20 (ພາບ: asean.org/TTXVN)

        ທີ່ກອງປະຊຸມ, 2 ຝ່າຍໄດ້ຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນວິວັດການຜັນຂະຫຍາຍແຜນການດຳເນີນງານ ອາຊຽນ - ອິນເດຍ ໄລຍະປີ 2016 – 2020, ພ້ອມທັງ ເຫັນດີເປັນເອກະພາບ ເພີ່ມທະວີບັນດາຄວາມມານະພະຍາຍາມ ເພື່ອແນໃສ່ປະຕິບັດແຜນການດຳເນີນງານນັບແຕ່ນີ້ຈົນຮອດທ້າຍປີຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. 2 ຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບວິທີການ ແລະ ພາຫະນະ ເພື່ອແນໃສ່ຍົກສູງການນຳໃຊ້ກອງທຶນ ອາຊຽນ - ອິນເດຍ ແລະ ກອງທຶນ ອາຊຽນ - ອິນເດຍຂຽວໃຫ້ຫລາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ