ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ນະຄອນໂຮ່ຈີມິນ ແລະ Buenos Aires

(VOVWORLD) - ທ່ານ Javier Francisco Quintana, ຮອງປະທານຜູ້ທີໜຶ່ງລັດຖະສະພາ Buenos Aires ໄດ້ຢັ້ງຢືນວ່າ ຫວຽດນາມ  ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ອັກຊັງຕິນ

 ໃນລະຫວ່າງວັນທີ 1 – 4 ສິງຫາ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານນາງ ຫງວຽນທິກວຽດເຕີມ, ປະທານສະພາປະຊາຊົນນະຄອນ ເປັນຫົວໜ້າຄະນະ, ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອັກຊັງຕິນ. ທີີ່ການຕ້ອນຮັບຄະນະ, ທ່ານ Javier Francisco Quintana, ຮອງປະທານຜູ້ທີໜຶ່ງລັດຖະສະພາ Buenos Aires ໄດ້ຢັ້ງຢືນວ່າ ຫວຽດນາມ  ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ອັກຊັງຕິນ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ແມ່ນຂົວເຊື່ອມຕໍ່ຊ່ວຍໃຫ້ ອັກຊັງຕິນ ເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າຢູ່ພາກພື້ນນີ້. ສ່ວນທ່ານນາງປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນທິກວຽດເຕີມ ຖືວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງໃນລວງກ້ວາງ, ລວງເລິກໃນທຸກໆຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ