ຊຸກ​ຍູ້​ການ​ຮ່ວມ​ມື​ຫັນ​ເປັນ​ດີ​ຈີ​ຕອນ​ທາງ​ການ​ແພດ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ

(VOVWORLD) - ຢູ່ກອງປະຊຸມ, ບັນດານັກປະຖະກະຖາ ໄດ້ແບ່ງປັນບົດຮຽນປະສົບການ ກ່ຽວກັບການພັດທະນາ ແລະ ຜັນຂະຫຍາຍໂປແກຼມສຸຂະພາບດີຈີຕອນ, ການຄຸ້ມຄອງຂໍ້ມູນການແພດ ຮັບປະກັນລັກສະນະຄົບຖ້ວນ, ຄວາມລັບຂອງຂໍ້ມູນການແພດ.
ຊຸກ​ຍູ້​ການ​ຮ່ວມ​ມື​ຫັນ​ເປັນ​ດີ​ຈີ​ຕອນ​ທາງ​ການ​ແພດ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ - ảnh 1ທ່ານເຈິ່ນວັນຖ້ວນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກອງປະຊຸມສາກົນການແພດດີຈີຕອນປີ 2023 ໄດ້ດຳເນີນໃນລະຫວ່າງວັນທີ 8 – 9 ພະຈິກ, ຢູ່ຮ່າໂນ້ຍ. ເຫດການໂດຍສະມາຄົມເສນາຮັກ ຫວຽດນາມ, ສະຖາບັນຍຸດທະສາດ ແລະ ນະໂຍບາຍການແພດ, ກະຊວງສາທາລະນະສຸກ ແລະ ສະຖາບັນຄົ້ນຄ້ວາການປ່ຽນແປງໃໝ່ການແພດ Iverson ຂຶ້ນກັບມະຫາວິທະຍາໄລ ເຕັກໂນໂລຢີ Swinburne, ປະເທດອົດສະຕາລີ ສົມທົບກັນຈັດຕັ້ງແບບທາງໄກ ແລະ ເຊິ່ງໜ້າ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ໃນການພັດທະນາລະບົບການແພດ, ຄວາມໝັ້ນຄົງທາງການແພດ.

ຢູ່ກອງປະຊຸມ, ບັນດານັກປະຖະກະຖາ ໄດ້ແບ່ງປັນບົດຮຽນປະສົບການ ກ່ຽວກັບການພັດທະນາ ແລະ ຜັນຂະຫຍາຍໂປແກຼມສຸຂະພາບດີຈີຕອນ, ການຄຸ້ມຄອງຂໍ້ມູນການແພດ ຮັບປະກັນລັກສະນະຄົບຖ້ວນ, ຄວາມລັບຂອງຂໍ້ມູນການແພດ, ນຳໃຊ້ອິນເຕີເນັດເຂົ້າໃນການປິ່ວປົວພະຍາດແບບທາງໄກ, ຫັນການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນເປັນດີຈີຕອນ… ນີ້ກໍ່ແມ່ນໂອກາດເພື່ອໃຫບັນດາຫົວໜ່ວຍແນະນະຜະລິດຕະພັນເຕັກໂນໂລຢີ 4.0, ລະບົບໄຈ້ແຍກຂໍ້ມູນ, ໝູນໃຊ້ປັນຍາປະດິດ ຊ່ວຍບັນດາລະບົບການແພດໜູນຊ່ວຍວຽກງານເບິ່ງແຍງດູແລສຸຂະພາບ, ຊຸກຍູ້ການຮ່ວມມື ຫວຽດນາມ - ອົດສະຕາລີໃນການຫັນປ່ຽນລະບົບການແພດດ້ວຍຮູບແບບເບິ່ງແຍງດູແລ ໂດຍຖືປະຊາຊົນເປັນໃຈກາງ ຜ່ານບັນດາມາດຕະການການແພດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ