ຊຸກຍູ້ການຮ່ວມມືເສດຖະກິດຢູ່ເຂດ3ຫຼ່ຽມພັດທະນາຫວຽດນາມ,ລາວ,ກຳປູເຈຍ

ຊຸກຍູ້ການຮ່ວມມືເສດຖະກິດຢູ່ເຂດ3ຫຼ່ຽມພັດທະນາຫວຽດນາມ,ລາວ,ກຳປູເຈຍ - ảnh 1
 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ
(ພາບ: VGP/Lê Sơn)

(vovworld) – ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ເຂດ 3 ຫຼ່ຽມ​ພັດທະນາ ຫວຽດນາ​ມ, ກຳ​ປູ​ເຈຍ, ລາວ ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/4 ຢູ່​ນະຄອນ ບວນ​ເມ​ທວດ. ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ເພື່ອ​​ເຮັດ​ໃຫ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເຂດ 3 ຫຼ່ຽມ​ພັດທະນາ ຫວຽດນາມ, ກຳປູ​ເຈຍ, ລາວ ປະກົດ​ຜົນ​ເປັນ​ຈິງ”, ​ເວທີ​ປາ​ໄສ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ​ໂລກ, ​ໃນ​ນັ້ນ​ມີ​ນັກ​ລົງ​ທຶນ​ຫຼາຍ​ຄົນ​ໃນ​ພາກ​ພື້ນ ອາຊີ.

    ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ສ້າງ​ເຂດ 3 ຫຼ່ຽມ​ພັດທະນາ​ຂອງ ລັດຖະບານ 3 ປະ​ເທດ ຫວຽດນາມ, ກຳປູ​ເຈຍ, ລາວ ກໍ່​ຄື​ຄວາມ​ມານະ​ພະຍາຍາມ​ບື່ນຕົວ​ຂຶ້ນ​ຂອງ​ທ້ອງ​ຖີ່​ນ​ຕ່າງໆໃນ​ພາກ​ພື້ນ​ນີ້. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຖື​ວ່າ:

    “ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ອົງການ​ສາກົນ, ກ່ອນ​ອື່ນ​ໝົດ​ແມ່ນ​ທະນາຄານ ອາຊີ ADB, ບັນດາ​ນັກ​ອຸປະຖຳທຶນ​ໜູນ​ຊ່ວຍ​ພັດທະນາ ODA ​ແລະ ບັນດາ​ວິ​ສາ​ຫະກິດ ຈົ່ງ​ສະ​ຫງວນຄວາມ​ເອົາ​ໃຈ​ໃສ່​ກ່ວາ​ອີກ​ໃຫ້ໃນ​ພາກ​ພື້ນ​ນີ້​, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ, ​ໂຄງການ​ຮີບ​ດ່ວນ, ສຳຄັນ, ຮັບ​ໃຊ້​ໂດຍ​ກົງ​ໃຫ້​ປະຊາຊົນ​ຢູ່​ພາກ​ພື້ນ​ນີ້. ຂ້າພະ​ເຈົ້າກໍ່ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ຫວຽດນາມ ກໍ່​ຄື 2 ປະ​ເທດ ກຳປູ​ເຈຍ ​ແລະ ລາວ ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ແລະ ສະ​ໜັບສະ​ໜູນ​ບັນດາ​ທ້ອງ​ຖີ່​ນ​ໃນ​ພາກ​ພື້ນ, ພິ​ເສດ​​ແມ່ນ​ຜັນ​ຂະຫຍາຍ​ແຜນ​ສັງ​ລວມ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ນະ​ໂຍບ​າຍບຸລິມະສິດ​ພິ​ເສດ​​ໃຫ້​ແກ່​ພາກ​ພື້ນ​ທີ່​ໄດ້​ຮັບ​ກາ​ນຕົກລົງ​ລະຫວ່າງ 3 ປະ​ເທດ​ພວກ​ເຮົາ”



ຂ່າວ/ບົດ​ອື່ນ