ຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງຫວຽດນາມ ແລະ ລັດ Hessen ຂອງເຢຍລະມັນ

ຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງຫວຽດນາມ ແລະ ລັດ Hessen ຂອງເຢຍລະມັນ - ảnh 1

(vovworld)- ກອງ​ປະ​ຊຸມ​ສຳ​ມະ​ນາ “ຫວຽດ​ນາມ - ບັນ​ດາ​ກາ​ລະ​ໂອ​ກາດ​ລົງ​ທຶນ” ດຳ​ເນີນ​ໃນ​ວັນ​ທີ 24/4 ຢູ່ ນະ​ຄອນ Frankfurt am Main, ລັດ Hessen ເຢ​ຍ​ລະ​ມັນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ເກືອບ 40 ແຫ່ງ​ຂອງ​ລັດ Hessen. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ​ທ່ານ Carola Paschola, ຫົ​ວ​ຫ​ນ້າ​ຄະ​ນະ​ສາ​ກົນ ຂຶ້ນ​ກັບ​ຄະ​ນະ​ເສດ​ຖະ​ກິດ ຂອງ​ພັກ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ສາ​ສະ​ຫ​ນາ​ກິດ​ສະ​ຕັງ ໄດ້​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ເຢຍ​ລະ​ມັນ ແລະ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ. ສ່ວນ​ທ່ານ ດືກດ​ວ່ານ​ຊວນ​ຮືງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ເຢຍ​ລະ​ມັນ ໄດ້ເນັ້​ນ​ຫ​ນັກ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ ແລະ ບັນ​ດາ​ກາ​ລະ​ໂອ​ກາດ​ການ​ລ​ົງ​ທຶນ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶ​ນ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ລວມ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດເຢຍ​ລະ​ມັນ, ໃນ​ນັ້ນ ມີ​ບັນ​ດາ​ວິ​ສາ​ຫະ​ກິດ ລັດ Hessen ພວມ​ມີ​ຫລາຍ​ປັດ​ໄຈ​ສະ​ດວກ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ​ຢູ່​ຫວຽດ​ນາມ​ຫລາຍກວ່າ​ອີກ. 


ຕອບກັບ

ຂ່າວ/ບົດ​ອື່ນ