ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຂອງ ກຸ່ມ​ແມ່​ຍິງ​ປະ​ຊາ​ຄົ​ມ ອາ​ຊຽນ

(VOVWORLD) -ວັນທີ 3 ມີນາ, ກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ (AWCH) ໂດຍທ່ານນາງ ຫງວຽນຫງວຽດງາ, ປະທານກິດຕິມະສັກ AWCH, ນຳໜ້າ, ໄດ້ເຂົ້າຄ່ຳນັບທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຢ່າງເປັນທາງການຂອງ AWCH ໃນປີ ອາຊຽນ 2020 ຢູ່ ຫວຽດນາມ ເພື່ອແນໃສ່ ສະເຫຼີມສະຫຼອງ 110 ປີ ແຫ່ງວັນແມ່ຍິງສາກົນວັນທີ 8 ມີນາ.

ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຂອງ ກຸ່ມ​ແມ່​ຍິງ​ປະ​ຊາ​ຄົ​ມ ອາ​ຊຽນ - ảnh 1 ທ່ານນາງ ເຈືອງທິມາຍຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະ ບັນດາຜູ້ແທນ AWCH

(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ທີ່ການຕ້ອນຮັບ, ທ່ານນາງເຈືອງທິມາຍ ແບ່ງປັນບັນດາຄວາມກ້າວໜ້າໃນຂົງເຂດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ຢູ່ ຫວຽດນາມໃນໄລຍະຜ່ານມາ, ພ້ອມທັງ ຢັ້ງຢືນວ່າ ແມ່ຍິງ ຫວຽດນາມ ນັບມື້ນັບເປັນເຈົ້າການ, ຕັ້ງໜ້າ ແລະ ຢັ້ງຢືນຕົນເອງໃນຫຼາຍຂົງເຂດຂອງ ຊີວິດສັງຄົມ, ໃນນັ້ນມີຂົງເຂດການຕ່າງປະເທດ. ທ່ານນາງ ເຈືອງທິມາຍ ໄດ້ສະເໜີວ່າ: ໃນໄລຍະຈະມາເຖິງ, ກຸ່ມ AWCH ຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ, ປະກອບສ່ວນເຂົ້າໃນການຊຸກຍູ້ປະຕິບັດບັນດາບຸລິມະສິດຂອງ ອາຊຽນໃນປີ 2020, ເພີ່ມທະວີ ສ້າງຄວາມຜູກພັນສູນຮັກແພງລະຫວ່າງ ເອື້ອຍນ້ອງໃນອາຊຽນ, ເພື່ອນມິດສາກົນ, ໜູນຊ່ວຍສ້າງສີສັນວັດທະນະທຳ ລວມອາຊຽນ, ເພື່ອການພັດທະນານັບມື້ນັບເຂັ້ມແຂງຂອງ ປະຊາຄົມ.

        ບັນດາສະມາຊິກ AWCH ໄດ້ສະແດງຄວາມຮັກແພງຕໍ່ປະເທດຊາດ ແລະ ຊາວ ຫວຽດນາມ, ສະແດງຄວາມນິຍົມນັບຖືຕໍ່ບັນດາບົດບາດທີ່ຕັ້ງໜ້າ ແລະ ການປະກອບສ່ວນພົ້ນເດັ່ນຂອງ ແມ່ຍິງ ຫວຽດນາມ, ຢັ້ງຢືນບັນດາຄວາມມານະພະຍາຍາມຂອງ ຕົນເພື່ອເຂົ້າໃຈຫຼາຍກ່ວາອີກກ່ຽວກັບວັດທະນະທຳ, ຊາວຫວຽດນາມ. ນັ້ນແມ່ນບັນດາການກະທຳອັນແທດຈິງທີ່ສຸດເພື່ອແນໃສ່ປະກອບສ່ວນເຂົ້າໃນການສ້າງຄວາມຜູກພັນລະຫວ່ງແມ່ຍິງອາຊຽນ ຢູ່ ຮ່າໂນ້ຍ, ຍົກສູງຄວາມຮັບຮູ້ຂອງ ປະຊາຊົນກ່ຽວກັບ ປະຊາຄົມອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ