ຊຸກຍູ້ການເຕີບໂຕຂຽວເຂດອ່າວຮ້າລອງ

(VOVWORLD) - ໝວດມາດຕະຖານຂອງ logo ຊີວະພາບ “ໃບເຮືອຂຽວ” ນອນໃນຂອບເຂດໂຄງການຮ່ວມມືເສດຖະກິດ “ຊຸກຍູ້ການເຕີບໂຕຂຽວຢູ່ ຮ້າລອງ....
ຊຸກຍູ້ການເຕີບໂຕຂຽວເຂດອ່າວຮ້າລອງ - ảnh 1ພາບປະກອບ

ວັນທີ 13 ກັນຍາ, ຢູ່ທ່າກ່ຳປັ່ນສາກົນ ຕວນເຈົາ (ນະຄອນ ຮ້າລອງ), ແຂວງ ກ໋ວາງນິງ ໄດ້ສົມທົບກັບອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຈັດຕັ້ງການມອບໃບຢັ້ງຢືນ ແລະ logo ຊີວະພາບ “ໃບເຮືອຂຽວ” ໃຫ້ແກ່ກ່ຳປັ່ນທ່ອງທ່ຽວ 2 ລຳທຳອິດໃນອ່າວຮ້າລອງ ເຊິ່ງກ່ຳປັ່ນ 2 ລຳດັ່ງກ່າວແມ່ນຂຶ້ນກັບບໍລິສັດຈຳກັດ Bhaya ແລະ ບໍລິສັດຈຳກັດ ບ໋ຽນງອັກ.

        ໝວດມາດຕະຖານຂອງ logo ຊີວະພາບ “ໃບເຮືອຂຽວ” ນອນໃນຂອບເຂດໂຄງການຮ່ວມມືເສດຖະກິດ “ຊຸກຍູ້ການເຕີບໂຕຂຽວຢູ່ ຮ້າລອງ, ແຂວງກ໋ວາງນິງ” ໂດຍ JICA ອຸປະຖຳໄລຍະ 2 ດ້ວຍເປົ້າໝາຍຊຸກຍູ້ການເຕີບໂຕຂຽວຜ່ານການປະຕິບັດບັນດານະໂຍບາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ແລະ ນະໂຍບາຍພັດທະນາການທ່ອງທ່ຽວ.

        ເລື່ອງມອບ logo ຊີວະພາບ “ໃບເຮືອຂຽວ” ໃຫ້ແກ່ກ່ຳປັ່ນທ່ອງທ່ຽວ 2 ລຳດັ່ງກ່າວແມ່ນການເຄື່ອນໄຫວແທດຈິງ ເພື່ອຕອບສະໜອງຫົວຂໍ້ວຽກງານປີ 2018 ຂອງແຂວງ ກວາງນີງ ນັ້ນແມ່ນ “ປົກປັກຮັກສາ ແລະ ຍົກສູງຄຸນນະພາບສິ່ງແວດລ້ອມທຳມະຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ