ຊຸກຍູ້ກາລະໂອກາດແລກປ່ຽນການຄ້າ ແລະ ລົງທຶນອົດສະຕາລີ - ຫວຽດນາມ

(VOVWORLD) -   ທ່ານ ຫງວຽນດັງຖັງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney ຮັບຜິດຊອບລັດ New South Wales, Queensland ແລະ ອົດສະຕາລີ ໃຕ້ ຢັ້ງຢືນວ່າ: ການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ ພວມຢູ່ໃນຊ່ວງເວລາ ຟົດຟື້ນທີ່ສຸດ.
ຊຸກຍູ້ກາລະໂອກາດແລກປ່ຽນການຄ້າ ແລະ ລົງທຶນອົດສະຕາລີ - ຫວຽດນາມ - ảnh 1ທ່ານ ຫງວຽນດັງຖັງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney ກ່າວຄຳເຫັນທີ່ພິທີ(ພາບ:Nguyễn Minh/TTXVN)
 

ໃນລະຫວ່າງວັນທີ 22 – 23 ມິຖຸນາ, ຢູ່ນະຄອນ Sydney, ສະພາດຳເນີນທຸລະກິດ ອົດສະຕາລີ - ຫວຽດນາມ (AVBC) ໄດ້ຈັດຕັ້ງກອງປະຊຸມຊຸກຍູ້ກາລະໂອກາດແລກປ່ຽນການຄ້າ ແລະ ການລົງທຶນລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ຜ່ານການຮ່ວມມືປະຕິບັດຍຸດທະສາດເພີ່ມທະວີການສະໜິດຕິດພັນດ້ານເສດຖະກິດສອງຝ່າຍທີ່ສອງຝ່າຍໄດ້ລົງນາມເມື່ອທ້າຍປີ 2021. ເຂົ້າຮ່ວມກອງປະຊຸມມີວິສາຫະກິດສອງປະເທດທີ່ເຄື່ອນໄຫວໃນຫຼາຍຂົງເຂດ ເກືອບ 100 ແຫ່ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນດັງຖັງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney ຮັບຜິດຊອບລັດ New South Wales, Queensland ແລະ ອົດສະຕາລີ ໃຕ້ ຢັ້ງຢືນວ່າ: ການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ ພວມຢູ່ໃນຊ່ວງເວລາ ຟົດຟື້ນທີ່ສຸດ. ໃນ 5 ເດືອນຕົ້ນປີ 2022, ຍອດວົງເງິນການສົ່ງອອກ - ນຳເຂົ້າລະຫວ່າງ 2 ປະເທດບັນລຸ 6,22 ຕື້ USD, ເພີ່ມຂຶ້ນ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ການລົງທຶນສອງສົ້ນລະຫວ່າງ ຫວຽດນາມ ແລະ ອົດສະຕາລີຢູ່ໃນລະດັບ 2,45 ຕື້ USD. ຕາມທ່ານຫົວໜ້າສະຖານກົງສູນໃຫຍ່ ຫງວຽນດັງຖັງ ແລ້ວ, ໃນໄລຍະຈະມາເຖິງ, ສອງປະເທດອາດຈະເພີ່ມວົງເງິນການຄ້າກ່ວາອີກ, ບໍ່ພຽງແຕ່ດ້ວຍວິທີດຳເນີນທຸລະກິດໃສ່ປະເພດສິນຄ້າທີ່ເປັນມູນເຊື້ອຫຼາຍກ່ວາຄື: ສິນໃນນ້ຳ, ຜະລິດຕະພັນກະເສດ, ແຮ່ທາດ… ເທົ່ານັ້ນ ຫາກຍັງຜ່ານການເປີດກ້ວາງບັນດາຜະລິດຕະພັນອື່ນເຊິ່ງສອງປະເທດມີທ່າແຮງໃນຕະຫຼາດໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ