ຊຸກຍູ້ຈິດໃຈStarupຂອງນັກຮຽນ,ນັກສຶກສາຢູ່ບັນດາຮາກຖານສອນວິຊາຊີບ

(vovworld)- ແຜນຮ່າງຫນູນຊ່ວຍນັກຮຽນ,ນັກສຶກສາStarupຮອດປີ 2025  ໄດ້ຮັບການເຊັນອະນຸມັດຈາກທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອແນໃສ່ເປົ້າໝາຍຊຸກຍູ້ຈິດໃຈ Starup ຂອງນັກຮຽນ, ນັກສຶກສາ ແລະ ປະກອບບັນດາຄວາມຮູ້້, ທັກສະ ກ່ຽວກັບ Starup ໃຫ້ແກ່ ນັກຮຽນ, ນັກສຶກສາ ໃນໄລຍະຮ່ຳຮຽນຢູ່ບັນດາອາຊີວະສຶກສາ.

 ລະອຽດຄື: ຮອດປີ 2020, 100% ວິທະຍາໄລ ແລະ ໂຮງຮຽນອາຊີວະສຶກສາຊັ້ນກາງ ມີແຜນການຜັນຂະຫຍາຍວຽກງານຫນູນຊ່ວຍນັກຮຽນ, ນັກສຶກສາ Starup; ຮອດປີ 2025, 70% ວິທະຍາໄລ, ໂຮງຮຽນອາຊີວະສຶກສາຊັ້ນກາງ ມີແນວຄວາມຄິດ Starup ຢ່າງຫນ້ອຍສຸດ 5 ຢ່າງ. ໂຄງການ Starup ຂອງນັກຮຽນ ນັກສຶກສາ ໄດ້ຮັບການຫນູນຊ່ວຍລົງທຶນ ຈາກແຫລ່ງງົບປະມານຢ່າງເໝາະສົມ. ເປົ້າໝາຍໄດ້ເຂົ້າໂຄງການStarup ແມ່ນນັກຮຽນ, ນັກສຶກສາ ທີ່ພວມຮ່ຳຮຽນຢູ່ບັນດາວິທະຍາໄລ, ໂຮງຮຽນອາຊີວະສຶກສາຊັ້ນກາງ, ສູນສອນວິຊາຊີບໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ