ຊຸກ​ຍູ້​ບົດ​ບາດ​ຂອງ ແມ່​ຍິງ ອາ​ຊຽນ ໃນ​ຂົງ​ເຂດ​ກະ​ສິ​ກຳ

(VOVWORLD) -ທີ່ເຫດການທາງອອນລາຍນີ້, ACCMSME ໄດ້ປະກາດບົດລາຍງານກ່ຽວກັບ “ການເພີ່ມທະວີກຳລັງຄວາມສາມາດໃນການດຳເນີນທຸລະກິດຂອງ ແມ່ຍິງ ໃນຂົງເຂດກະສິກຳ ຢູ່ບັນດາປະເທດ ອາຊຽນ” ເຊິ່ງໄດ້ຮັບການຮຽບຮຽງ ດ້ວຍການໜູນຊ່ວຍຈາກ ອົງການຮ່ວມມື ແລະ ພັດທະນາ ເສດຖະກິດ(OECD), ACW ແລະ SOM-AMAF...
ຊຸກ​ຍູ້​ບົດ​ບາດ​ຂອງ ແມ່​ຍິງ ອາ​ຊຽນ ໃນ​ຂົງ​ເຂດ​ກະ​ສິ​ກຳ - ảnh 1ພາບປະກອບ: AFP/TTXVN 

ອາຊຽນ ຫາກໍ່ຈັດຕັ້ງການໂອ້ລົມສົນທະນານະໂຍບາຍກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃນການດຳເນີນທຸລະກິດຂອງແມ່ຍິງໃນຂົງເຂດ ກະສິກຳ. ຜູ້ຕາງໜ້າຄະນະກຳມະການປະສານງານ ອາຊຽນ ກ່ຽວກັບ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ACCMSME), ຄະນະກຳມະການອາຊຽນ ກ່ຽວກັບແມ່ຍິງ (ACW), ກອງປະຊຸມເຈົ້າໜ້າທີ່ອາວຸໂສ ທາງດ້ານກະສິກຳ, ປ່າໄມ້ ອາຊຽນ (SOM - AMAF) ແລະ ເຄືອຂ່າຍ ນັກທຸລະກິດເພດຍິງ ອາຊຽນ ໄດ້ປຶກສາຫາລືກ່ຽວກັບກອບຍຸດທະສາດສັງລວມ, ລະຫວ່າງຂະແໜງ, ປະເທດຊາດ ແລະ ພາກພື້ນ ເພື່ອມອບສິດໃຫ້ແກ່ແມ່ຍິງ ແລະ ຂຸດຄົ້ນກຳລັງຄວາມສາມາດໃນການ Startup ຂອງ ແມ່ຍິງໃນຂົງເຂດກະສິກຳ.

ທີ່ເຫດການທາງອອນລາຍນີ້, ACCMSME ໄດ້ປະກາດບົດລາຍງານກ່ຽວກັບ “ການເພີ່ມທະວີກຳລັງຄວາມສາມາດໃນການດຳເນີນທຸລະກິດຂອງ ແມ່ຍິງ ໃນຂົງເຂດກະສິກຳ ຢູ່ບັນດາປະເທດ ອາຊຽນ” ເຊິ່ງໄດ້ຮັບການຮຽບຮຽງ ດ້ວຍການໜູນຊ່ວຍຈາກ ອົງການຮ່ວມມື ແລະ ພັດທະນາ ເສດຖະກິດ(OECD), ACW ແລະ SOM-AMAF...ບົດລາຍງານໄດ້ເຕື້ອງເຖິງບັນດາປັດໄຈກີດຂວາງແງ່ຫວັງພັດທະນາເສດຖະກິດຂອງ ແມ່ຍິງ ໃນຂົງເຂດກະສິກຳ, ພິເສດແມ່ນ ຜົນກະທົບຈາກໂລກລະບາດໂຄວິດ - 19  ແລະ ສະເໜີກອບນະໂຍບາຍລະຫວ່າງຂະແໜງເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ