ຊຸກຍູ້ບົດບາດຂອງສະພາແຫ່ງຊາດໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ຫວຽດນາມ

(VOVWORLD) -ທ່ານປະທານກຳມາທິການພົວພັນກັບຕ່າງປະເທດຂອງສະພາແຫ່ງຊາດ ຫວູຫາຍຮ່າ ສະເໜີໃຫ້ສະຫະປະຊາຊາດເວົ້າລວມ, UNESCAP ເວົ້າສະເພາະ ຈົ່ງເອົາໃຈໃສ່ບຳລຸງສ້າງຍົກສູງກຳລັງຄວາມສາມາດຂອງບັນດາສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ
ຊຸກຍູ້ບົດບາດຂອງສະພາແຫ່ງຊາດໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ຫວຽດນາມ - ảnh 1ການປະຊຸມທາງອອນລາຍ
(ພາບ: quochoi.vn)

ຕອນບ່າຍວັນທີ 05 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານຫົວໜ້າກຳມາທິການພົວພັນກັບຕ່າງປະເທດຂອງສະແຫ່ງຊາດຫວຽດນາມ ຫວູຫາຍຮ່າ ໄດ້ຈັດການປະຊຸມທາງອອນລາຍກັບທ່ານນາງ Salsiah Alisjabana, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ທັງເປັນເລຂາບໍລິຫານຄະນະກຳມະການເສດຖະກິດສັງຄົມຂອງສະຫະປະຊາຊາດພາກພື້ນອາຊີ- ປາຊີຟິກ (UNESCAP) ເພື່ອແນໃສ່ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຢູ່ຫວຽດນາມ.

        ທີ່ກອງປະຊຸມ, ທ່ານປະທານກຳມາທິການພົວພັນກັບຕ່າງປະເທດຂອງສະພາແຫ່ງຊາດ ຫວູຫາຍຮ່າ ສະເໜີໃຫ້ສະຫະປະຊາຊາດເວົ້າລວມ, UNESCAP ເວົ້າສະເພາະ ຈົ່ງເອົາໃຈໃສ່ໜູນຊ່ວຍສະພາແຫ່ງຊາດຫວຽດນາມ ກ່ຽວກັບການຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາ, ເຕັກນິກ, ສຶກສາ, ບຳລຸງສ້າງຍົກສູງກຳລັງຄວາມສາມາດຂອງບັນດາສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ, ບັນດາອົງການຂອງສະພາແຫ່ງຊາດໃນການສ້າງກົດໝາຍ, ຕິດຕາມການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງສະແຫ່ງຊາດໃນການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ.

        ທ່ານນາງ Salsiah Alisjabana, ຕີລາຄາສູງບັນດາຜົນງານໃນການປະຕິບັດ ແລະ ບົດບາດຂອງຫວຽດນາມ ໃນການຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຢືນຢັນຄຳໝັ້ນສັນຍາຂອງອົງການຈັດຕັ້ງນີ້ໃນການໜູນຊ່ວຍ ຫວຽດນາມ ກໍຄືສະພາແຫ່ງຊາດ ຫວຽດນາມ ໃນການຜັນຂະຫຍາຍ, ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ