ຊຸກຍູ້ອະນາຄົດລວມບົນທະເລຕາເວັນອອກ

(VOVWORLD) - ເຂົ້າຮ່ວມກອງປະຊຸມ, ມີຜູ້ແທນປະມານ 200 ຄົນທີ່ມາຈາກບັນດາປະເທດຂຶ້ນກັບສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາປະເທດນອກພາກພື້ນໃນນັ້ນມີ ອາເມລິກາ, ຈີນ, ຍີ່ປຸ່ນ, ອັງກິດ, ອິນເດຍ… 

ກອງປະຊຸມຄັ້ງທີ 6 ກ່ຽວກັບທະເລຕາເວັນອອກ, ໂດຍສະຖາບັນຄົ້ນຄ້ວາການເດີນເຮືອ ມາເລເຊຍ (MIMA) ເປັນເຈົ້າພາບຈັດຕັ້ງ, ໄຂຂຶ້ນໃນຕອນເຊົ້າວັນທີ 2 ຕຸລາ, ຢູ່ນະຄອນຫຼວງ ກົວລາລຳປົວ, ປະເທດ ມາເລເຊຍ ດ້ວຍຫົວຂໍ້ “ຊຸກຍູ້ອະນາຄົດລວມບົນທະເລຕາເວັນອອກ”. ເຂົ້າຮ່ວມກອງປະຊຸມ, ມີຜູ້ແທນປະມານ 200 ຄົນທີ່ມາຈາກບັນດາປະເທດຂຶ້ນກັບສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາປະເທດນອກພາກພື້ນໃນນັ້ນມີ ອາເມລິກາ, ຈີນ, ຍີ່ປຸ່ນ, ອັງກິດ, ອິນເດຍ… ກໍ່ຄືບາງອົງການສາກົນ. ຜູ້ຕາງໜ້າ ຫວຽດນາມ ແມ່ນ ປອ ຮ່ວາງທິຕວນແອງ ມາຈາກສະຖາບັນການຕ່າງປະເທດ. ປອ ຮ່ວາງທິຕວນແອງ ມີບັນດາບົດຄຳເຫັນກ່ຽວກັບຫົວຂໍ້ຕົ້ນຕໍຄື: ບັນດາການປ່ຽນແປງກ່ຽວກັບຖານະການເມືອງ ແລະ ບັນດາປະເທດມະຫາອຳນາດຢູ່ທະເລຕາເວັນອອກ, ອາຊຽນ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງໃນພາກພື້ນ, ຊຸກຍູ້ຄວາມວັດທະນາຖາວອນໃນພາກພື້ນ…

ຕອບກັບ

ຂ່າວ/ບົດ​ອື່ນ