ຊີຣີ: ການປະທະກັນ ທີ່ຮ້າຍແຮງຢູ່ Aleppo, ເຮັດໃຫ້ເກືອບ 90 ຄົນເສຍຊີວິດ

ຊີຣີ: ການປະທະກັນ ທີ່ຮ້າຍແຮງຢູ່ Aleppo, ເຮັດໃຫ້ເກືອບ 90 ຄົນເສຍຊີວິດ - ảnh 1
(ພາບ: Reuters)

(vovworld) - ວັນ​ທີ 02/02, ອົງການ​ຕິດຕາມ​ສິດທິ​ມະນຸດ​ຊີຣີ (SOHR) ​ໃຫ້​ຮູ້​ວ່າ ຢ່າງໜ້ອຍ​ສຸດມີ 85 ຄົນ​ເສຍ​ຊີວິດ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກອງທັບ​ລັດຖະບານ​ຊີຣີ ທີ່​ແນ​ໃສ່​ບັນດາ​ສະຖານ​ທີ່​ຂອງ​ຝ່າຍ​ຄ້ານ​ຢູ່​ນະຄອນ Aleppo ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ນີ້.

        ຕາມ SOHR ​ແລ້ວ, ​ເຮືອ​ບິນ​ເອລີກ​ອບ​ເຕີ ຂອງ​ກອງທັບ​ລັດຖະບານ​ໄດ້​ຖິ້ມ​ວັດຖຸ​ລະ​​ເບີດ​ລົງໃສ່​ບັນດາ​ເຂດ​ຂອງ​ພວກລູກ​ຮື້​ຂຶ້ນ​ຢູ່ Aleppo, ​ເຮັດ​ໃຫ້​ຢ່ອງ​ໜ້ອຍ​ສຸດ 85 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີສາມັນ​ຊົນ​ 65 ຄົນ. ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ​ຢູ່ Aleppo ພາຍຫຼັງການ​ບຸກ​ໂຈມ​ຕີ​ຂອງ​​ກອງທັບ​ລັດຖະບານ​ເມື່ອ​ເດືອນ 12/2013. ​ເຫດ​ບຸກ​ໂຈມ​ຕີ​ເມື່ອ​ວັນ​ທີ 02/02, ຖືກດຳ​ເນີນ​ໄປ​ພຽງ​​ເວລາ​ມື້ໜຶ່ງ ພາຍຫຼັງ​ທີ່ກອງ​ປະຊຸມ​ສັນຕິພາບ ​ເຊີ​ແນວ (ຢູ່ປະ​ເທດ​ສະ​ວິດ) ລະຫວ່າງ​ກຳລັງ​ລັດຖະບານ ​ແລະ ຝ່າຍ​ລູກ​ຮື້​ຂຶ້ນ​ຊີຣີ ສິ້ນ​ສຸດ​ລົງ ​​ແຕ່​ບໍ່​ບັນລຸ​ໝາກຜົນ​ລະອຽດ​ໃດໆ.

ຂ່າວ/ບົດ​ອື່ນ