ຊີຣີ ສະກັດກັ້ນບັນດາເຫດບຸກໂຈມຕີທາງອາກາດຈາກ ອິດສະລາແອັນ

(VOVWORLD) - ວັນທີ 20 ມັງກອນ, ຊີຣີ ໄດ້ສະກັດກັ້ນເຫດບຸກໂຈມຕີທາງອາກາດຈາກ ອິດສະລາແອັນ, ຍິງລູກສອນໄຟຕົກ 7 ລູກທີ່ແນໃສ່ສະໜາມບິນຢູ່ນະຄອນຫລວງ Damascus.

ຕາມສູນຄວບຄຸມປ້ອງກັນຊາດ ລັດເຊຍ ແລ້ວ, ເຫດບຸກໂຈມຕີ, ໂດຍຝູງເຮືອບິນສູ້ຮົບ F16, 4 ລຳ ຂອງ ອິດສະລາແອັນ ປະຕິບັດ, ບໍ່ເປັນໄພອັນຕະລາຍໃຫ້ແກ່ສະໜາມບິນ ກໍ່ຄືບໍ່ວ່າການເສຍຊີວິດໃດ. ໃນຂະນະນັ້ນ, ແຫຼ່ງຂ່າວຈາກກອງທັບ ຊີຣີ ກໍ່ໄດ້ຢັ້ງຢືນຂໍ້ມູນ ກ່ຽວກັບເລື່ອງລະບົບປ້ອງກັນອາກາດຂອງປະເທດນີ້ ໄດ້ສະກັດກັ້ນການບຸກໂຈມຕີທາງອາກາດ ແລະ ຍິງສະກັດກັ້ນການບຸກໂຈມຕີໂດຍໄວ.

 

ຕອບກັບ

ຂ່າວ/ບົດ​ອື່ນ