ຊອກຫາທາງອອກໃຫ້ແກ່ການສົ່ງອອກສິນຄ້າຂອງຫວຽດນາມໃນສະພາບການເກີດການປະທະກັນດ້ານການຄ້າລະຫວ່າງ ອາເມລິກາ - ຈີນ

(VOVWORLD) -ຍິ່ງກວ່າເວລາໃດໝົດ, ບັນດາວິສາຫະກະກິດ ຫວຽດນາມ ຄວນສຸມກໍາລັງເຫື່ອແຮງ ແລະ ສະຕິປັນຍາ ເພື່ອຍົກສູງກໍາລັງຄວາມສາມາດ, ລົງທຶນເຂົ້າໃນເຕັກໂນໂລຢີການຜະລິດ ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງຕົນ

ຊອກຫາທາງອອກໃຫ້ແກ່ການສົ່ງອອກສິນຄ້າຂອງຫວຽດນາມໃນສະພາບການເກີດການປະທະກັນດ້ານການຄ້າລະຫວ່າງ ອາເມລິກາ - ຈີນ - ảnh 1ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ( VCCI) 

(ພາບ:TTXVN) 

ວັນທີ 6 ກໍລະກົດ, ຈີນໄດ້ແຈ້ງໃຫ້ຊາບວ່າ ບັນດາມາດຕະການຈັດວາງອັດຕາພາສີໂຕ້ຕອບຄືນສໍາລັບສິນຄ້ານໍາເຂົ້າຈາກອາເມລິກາ ເລີ່ມມີຜົນສັກສິດ, ພາຍຫຼັງອາເມລິກາເລີ່ມດໍາເນີນບັນດາມາດຕະການຈັດວາງອັດຕາພາສີຕ້ານຈີນ. ດັ່ງນັ້ນ, ການປະທະກັນດ້ານການຄ້າລະຫວ່່າງອາເມລິກາ - ຈີນ ໄດ້ເກີດຂຶ້ນຢ່າງເປັນທາງການ ແລະ ບັນດາປະເທດທີ່ນອນໃນຂອບເຂດຖືກຜົນກະທົບຄື ຫວຽດນາມ ແມ່ນຍາກທີ່ຈະຫຼີກລ້ຽງໄດ້ຜົນກະທົບຈາກເຫດການດັ່ງກ່າວ. ເມື່ອຕອບສໍາພາດຕໍ່ສໍານັກຂ່າວສານຫວຽດນາມ, ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ( VCCI) ໄດ້ມີບັນດາຂໍ້ສັງເກດລວມກ່ຽວກັບສະພາບການດັ່່ງກ່່າວ; ພ້ອມທັງຕັ້ງຂໍ້ສະເໜີຕໍ່ປະຊາຄົມວິສາຫະກິດຫວຽດນາມ ກ່ຽວກັບບັນດາການກະທໍາທີ່ຈໍາເປັນ ເພື່ອຮັບມື ແລະ ປັບຕົວເຂົ້າກັບສະພາບການໃໝ່.

        ທ່ານ ປະທານ VCCI ຖືວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດ ພວມພັດທະນາ,  ແມ່ນຕະຫຼາດມີລະດັບເປີດສູງ ແລະຂຶ້ນກັບບັນດາການຜັນແປຂອງຕະຫຼາດສາກົນຫຼາຍພໍສົມຄວນ. ດັ່່ງນັ້ນ, ເພື່ອຫຼຸດຜ່ອນການຮັບຜົນກະທົບ, ສໍາລັບບັນດາວິສາຫະກິດສົ່ງອອກ, ເລື່ອງສໍາຄັນທີ່ສຸດແມ່ນ ຕ້ອງຕິດຕາມສະພາບການຕະຫຼາດຢ່າງໃກ້ຊິດ; ພ້ອມທັງກຽມພ້ອມການປັບປຸງການຜະລິດ, ດໍາເນີນທຸລະກິດ, ແຫຼ່ງສະໜອງ ແລະ ຕະຫຼາດ ຢ່າງໄຫວພິບເທົ່າທີ່ຈະສາມາດເຮັດໄດ້. ບັນດາວິສາຫະກິດກໍຄວນເປັນເຈົ້າການຊອກຫາເສັ້ນທາງສົ່ງອອກສິນຄ້າອື່ນ ທີ່ມີສະຖຽນລະພາບ ແລະ ສະດວກກວ່າ.  ທ່ານຫວູຕ໋ຽນໂລກ ເນັ້ນໜັກວ່າ ຍິ່ງກວ່າເວລາໃດໝົດ, ບັນດາວິສາຫະກະກິດ ຫວຽດນາມ ຄວນສຸມກໍາລັງເຫື່ອແຮງ ແລະ ສະຕິປັນຍາ ເພື່ອຍົກສູງກໍາລັງຄວາມສາມາດ, ລົງທຶນເຂົ້າໃນເຕັກໂນໂລຢີການຜະລິດ ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ