ຊ່ອງໂທລະພາບສະພາ ແຫ່ງຊາດ ອອກອາກາດ ຢ່າງເປັນທາງການໃນວັນທີ 06/01

ຊ່ອງໂທລະພາບສະພາ ແຫ່ງຊາດ ອອກອາກາດ ຢ່າງເປັນທາງການໃນວັນທີ 06/01  - ảnh 1
ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕ໋ຽນ ອວຍ​ພອນ​ບັນ​ດາ​ນັກ​ຂ່າວ​ຂອງ​ຊ່ອງ​ໂທ​ລະ​ພາບ​ສະ​ພາ​ແຫ່ງ​ຊາດ

(vovworld) – ຕອນ​ບ່າຍ​ວັນ​ທີ 06/01, ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ ​ໄດ້​ອອກ​ອາກາດຢ່າງ​ເປັນ​ທາງ​ການ ກົງ​ກັບ​ໂອກາດ​ສະ​ຫຼີມສະຫຼອງ 69 ປີ​ແຫ່ງວັນເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດທຳ​ອິດ​. ຊ່ອງ​ໂທ​ລະ​ພາບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ແມ່ນ​ຊ່ອງ​ໂທລະພາບ​ສະ​ເພາະ​ມີ​ກຳລັງ​ໂຄສະນາ​ເຜີຍ​ແຜ່. ນີ້ບໍ່​ພຽງ​ແຕ່​ແມ່ນ​ຊ່ອງ​ໂທລະພາບ​ສະ​ແດງ​ແນວ​ຄິດ​ຈິດ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໃນ​ທົ່ວ​​ປະ​ເທດ​​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນຊ່ອງສະ​ແດງ​ຂໍ້​ມູນ​ຂ່າວ​, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່ປະຊາຊົນ ​ເພື່ອ​ປະຕິບັດ​ບັນດາ​ກົດໝາຍ, ນະ​ໂຍບາຍ​ຂອງ​ອົງການ​​ໂດຍ​ປະຊາຊົນ​ເລືອກ​ຕັ້ງອີກ​ດ້ວຍ. ທ່ານ ​ເຈີນງອກ​ເດື່ອງ, ອະດີດ​ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ.

        “ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແມ່ນ​ການ​ເຄື່ອນ​ໄຫວ​​ໃກ້​ຊິດ​ຕິດ​ແທດກັບ​ປະຊາຊົນທີ່​ສຸດ, ​​ແມ່ນການ​ເຄື່ອນ​ໄຫວ​​ຍົກ​ອອກ​ບັນດາ​ຂໍ້​ຕົກລົງ​ກ່ຽວຂ້ອງ​ເຖິງ​ສິດ ​ແລະ ຜົນ​ປະ​ໂຫຍດຂອງປະຊາຊົນ. ປະຊາຊົນ​ໄດ້​ຮັບ​ຟັງ, ​ເຫັນ​ປະຈັກ​ຈາ​ກການ​​ໂຕ້​ຖຽງ, ​ແລກປ່ຽນ ​ເພື່ອ​ຊອກ​ຫາ​ບັນດາ​ນະ​ໂຍບາຍ, ມາດ​ຕະການ​ແກ້​ໄຂ, ຂໍ້ຕົກລົງດີ​ທີ່​ສຸດ​ໃຫ້​ປະຊາຊົນ. ອາດ​ເວົ້າ​ໄດ້​ວ່າ, ປະຊາຊົນ​ທັງ​ເຊື່ອໝັ້ນ​ຕໍ່ລະບອບ, ມີ​ຄວາມ​ຮັກ​ຕໍ່​ສະພາ​ແຫ່ງ​ຊາດ, ປະ​ເທດ​ຊາດ ​ທັງ​ມີ​​ຄວາມ​ສາມາດ​ດ້ານ​ກົດໝາຍຕື່ມ​ອີກ ​ເພື່ອ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​​ໃຫ້​ດີກ​ວ່າ.”

ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕ໋ຽນຢືນຢັນ​ວ່າ​ໂດຍ​ແມ່ນ​ຫົວໜ່ວຍ​ຈັດ​ຕັ້ງ, ຜັນ​ຂະຫຍາຍ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ​ຫວຽດນາມຖື​ວ່າ ນີ້​ແມ່ນຄວາມ​ເປັນ​ກຽດ, ແມ່ນ​ໜ້າ​ທີ່, ​ ​ຄວາມຮັບຜິດຊອບ​ອັນ​​ໃຫຍ່​ຫຼວງ, ດັ່ງ​ນັ້ນວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ລະດົມ​ທຸກ​ແຫຼ່ງກຳລັງ, ປັນຍາ​ເຂົ້າ​ວຽກ​ງານ​ກະກຽມ, ດ້ວຍ​ຄວາມ​ປາດ​ຖະໜາ​ວ່າ, ຜ່ານ​ຊ່ອງ​ໂທລະພາບ​ນີ້​ຈະ​ສ່ອງ​ແສງໃຫ້​ເຫັນ 3 ບົດບາດ​ໜ້າ​ທີ່​ຕົ້ນຕໍ​ຂອງ​ສະພາ​ແຫ່ງ​ຊາດ​, ນັ້ນ​ແມ່ນອົງການສ້າງ​ລັດຖະທຳ​ມະນູນ,  ນິຕິບັນຍັດ ​ແລະ ຕິດຕາມ​ກວດກາ​ສູງ​ສຸດ. ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕ໋ຽນ, ​ໃຫ້​ຮູ້​ວ່າ:

ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນດາ​ລາຍການ​​ໃນ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ​ນີ້​ທັງກ້າວ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່ ​ທັງ​ສ້າງ​ຄວາມ​ດຶງ​ດູດ. ​ແຕ່​ພັດສ່ອ​ງແສງໃຫ້​ເຫັນ 3 ບົດບາດ​ໜ້າ​ທີ່​ຂອງ​ສະພາ​ແຫ່ງ​ຊາດ, ​ເຮັດ​ໃຫ້​ໂທລະພາບ​ສະພາ​ແຫ່ງ​ຊາດ​ທັງ​ມີ​ສີສັນ​ສະ​ເພາະ, ທັງ​ໃກ້ຊິດ​ກັບ​ປະຊາຊົນ, ມະຫາຊົນ, ທັງ​​ແນະນຳ​ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ຕາງ​ໜ້າ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫງວຽນ​ບັກ​ຊອນ ​ແລະ ທ່ານ ທ້ວນຫື້​ວ, ບັນນາທິການ​ໃຫຍ່​ໜັງສືພິມ ​ເຍິນ​ເຢີ​ນ, ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ.

        ກ່​​ອນທີ່ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ​ອອກອາກາດ​ຢ່າງ​ເປັນ​ທາງ​ການ, ນັບ​ແຕ່​ເດືອນ 10/2014, ຊ່ອງ​ໂທລະພາບ​ໄດ້​ຜະລິດ ​ແລະ ອອກ​ອາກາດ 5 ຊົ່ວ​ໂມງ/ວັນ ​ໃນຊ່ອງ​ໂທລະພາບ VOV, ລວມທັງ​ບັນດາ​ລາຍການ​ຂ່າວ, ສະຖານະ​ການ​ການ​ເມືອງ ລ້ວນ​ແຕ່ອອກ​ອາກາດ​ສົດ. ຊ່ອງ​ໂທລະພາບ ກໍ່​ຜະລິດ ​ແລະ ອອກ​ອາກາດ 15 ລາຍການ​ສະ​ເພາະ​ຄື: ສະພາ​ແຫ່ງ​ຊາດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ເລື່ອງ​ລາວ​ກ່ຽວ​ກັບນິຕິ​ບັນຍັດ, ສະມາຊິກ​ສະພາ​ແຫ່ງ​ຊາດ, ນະ​​ໂຍບາຍ ​ແລະ ຊີວິດການ​ເປັນ​ຢູ່

ຂ່າວ/ບົດ​ອື່ນ