ຊາວພາກກາງຫວຽດນາມ ຄັດຄ້ານການກະທຳເກາະຜິດຂອງຈີນ

(VOVWORLD) -ສະມາຄົມອາຊີບຫາປາຫວຽດນາມ ກ່າວປະນາມ ແລະ ຄັດຄ້ານການກະທຳດັ່ງກ່າວຂອງຈີນ ແມ່ນກໍ່ຄວາມອັນຕະລາຍເຖິງຊີວິດອິນຊີ ແລະ ກໍ່ຄວາມເສຍຫາຍເຖິງຊັບສິນຂອງຊາວປະມົງ ຫວຽດນາມ ເມື່ອຂຸດຄົ້ນຢູ່ເຂດທະເລຫວຽດນາມ.
ຊາວພາກກາງຫວຽດນາມ ຄັດຄ້ານການກະທຳເກາະຜິດຂອງຈີນ - ảnh 1 ຊາວປະມົງ ກວ໋າງຫງ໋າຍ ໃນກຳປັ່ນ QNg 96416 ຖືກກຳລັງຕຳຫລວດທະເລ ຈີນ ກີດຂວາງ

ເມື່ອໄດ້ຮັບຂ່າວວ່າ ກຳປັ່ນຫາປາຂອງຊາວປະມົງແຂວງ ກວ໋າງຫງ໋າຍ ຫວຽດນາມ ຖືກກຳລັງຕຳຫລວດທະເລ ຈີນ ກີດຂວາງ ຕຳໃສ່ ກໍ່ໃຫ້ເກີດຄວາມບໍ່ປອດໄພຕໍ່ຊາວປະມົງ, ລ່ວງລະເມີດອະທິປະໄຕເຂດທະເລ ຂອງຫວຽດນາມ, ລະເມີດກົດໝາຍ ຫວຽດນາມ ແລະ ກົດໝາຍສາກົນ. ສະມາຄົມອາຊີບຫາປາ ຫວຽດນາມ, ຊາວປະມົງຫວຽດນາມ ກ່າວປະນາມ ແລະ ຄັດຄ້ານການກະທຳເກາະຜິດຂອງຈີນ.

ມີຊາວປະມົງຫລາຍຄົນ ຖືວ່າ ບັນດາການກະທຳເກາະຜິດຂອງຈີນເປັນຫລາຍຄັ້ງ ແລະ ລຽນຕິດນັ້ນ ກໍ່ຄວາມເສຍຫາຍດ້ານເສດຖະກິດຢ່າງຮ້າຍແຮງຕໍ່ຊາວປະມົງ ລະເມີດອະທິປະໄຕເຂດທະເລຂອງຫວຽດນາມ ລະເມີດກົດໝາຍ ຫວຽດນາມ ແລະ ກົດໝາຍສາກົນ ເຮັດໃຫ້ຊາວປະມົງຮູ້ສຶກບໍ່ມີຄວາມປອດໄພ. ວັນທີ 13 ມິຖຸນາ ສະມາຄົມອາຊີບຫາປາ ຫວຽດນາມ ໄດ້ມີເອກະສານສົ່ງເຖິງຫ້ອງວ່າການລັດຖະບານ, ຄະນະພົວພັນຕ່າງປະເທດສູນກາງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງການຕ່າງປະເທດ. ສະມາຄົມອາຊີບຫາປາຫວຽດນາມ ກ່າວປະນາມ ແລະ ຄັດຄ້ານການກະທຳດັ່ງກ່າວຂອງຈີນ ແມ່ນກໍ່ຄວາມອັນຕະລາຍເຖິງຊີວິດອິນຊີ ແລະ ກໍ່ຄວາມເສຍຫາຍເຖິງຊັບສິນຂອງຊາວປະມົງ ຫວຽດນາມ ເມື່ອຂຸດຄົ້ນຢູ່ເຂດທະເລຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ