ຊາວຫວຽດນາມ ແຕ່ລະຄົນຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ພື້ນຖານເອກະລາດເສລີພາບຂອງປະເທດຊາດ

(VOVWORLD) -ຊາວຫວຽດນາມ ມີຄວາມເອກອ້າງທະນົງໃຈສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ຫວຽດນາມ, ຫວນຄືນລະດູໃບໄມ້ຫຼົ່ນປະວັດສາດປີ 1945.
ຊາວຫວຽດນາມ ແຕ່ລະຄົນຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ພື້ນຖານເອກະລາດເສລີພາບຂອງປະເທດຊາດ - ảnh 1(ສະເຫຼີມສະຫຼອງວັນຊາດຫວຽດນາມ ປີນີ້ກົງກັບຈຸດເວລາທີ່ບໍ່ສາມາດລື່ມໄດ້)

ວັນທີ 02 ກັນຍາ, ຊາວຫວຽດນາມ ມີຄວາມເອກອ້າງທະນົງໃຈສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ຫວຽດນາມ, ຫວນຄືນລະດູໃບໄມ້ຫຼົ່ນປະວັດສາດປີ 1945. ໃນໜ້າທຳອິດຂອງໜັງສືພິມປະຊາຊົນໄດ້ລົງພິມບົດນຳ “ມູນເຊື້ອອັນສະຫງ່າລາສີກະຕຸກຊຸກຍູ້ພວກເຮົາ”. ບົດນຳເນັ້ນໜັກວ່າ, ສະເຫຼີມສະຫຼອງວັນຊາດຫວຽດນາມ ປີນີ້ກົງກັບຈຸດເວລາທີ່ບໍ່ສາມາດລື່ມໄດ້. ຕໍ່ໜ້າໂລກລະບາດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອອກຄຳຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເປັນຈິດໜຶ່ງໃຈດຽວກັນ, ຮ່ວມແຮງຮ່ວມໃຈປ້ອງກັນ ຕ້ານໂລກລະບາດໂຄວິດ-19. ມີບັນດາກົນໄກ, ນະໂດຍບາຍພິເສດສະເພາະທີ່ບໍ່ເຄີຍມີມາກ່ອນໄດ້ຍົກອອກມາເພື່ອຕ້ານໂລກລະບາດ ແລະ ຮັກສາການພັດທະນາເສດຖະກິດ…

ແລະກໍ່ໃນໜ້າທຳອິດໜັງສືພິມກອງທັບປະຊາຊົນໄດ້ລົງພິມບົດຂຽນ “ຮັກສາຄວາມໄວ້ເນື້ອເຊື່ອໃຈ”. ບົດຂຽນໄດ້ເນັ້ນໜັກວ່າ ເລື່ອງປະເທດພວມປະເຊີນໜ້າກັບໂລກລະບາດໂຄວິດ-19. ໃນຈຸດເວລາໂລກລະບາດພວມເຄັ່ງຕຶງ, ບົດບາດຂອງພັກກຳອຳນາດ, ລັດເພື່ອປະຊາຊົນ, ສັງຄົມວັດທະນະທຳມະນຸດຍິ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ. ນັບແຕ່ເມື່ອໂລກລະບາດເລີ່ມແຜ່ລະບາດ, ກົມການເມືອງ, ຄະນະເລຂາ, ລັດຖະບານ, ສະພາແຫ່ງຊາດໄດ້ຍົກອອກບັນດາມະຕິ, ຄຳສັ່ງ, ຂໍ້ສະຫຼຸບທີ່ສະຫຼາດສ່ອງໃສ, ທັນການກ່ຽວຂ້ອງເຖິງການຕ້ານໂລກລະບາດ. ບົດຂຽນໄດ້ເນັ້ນໜັກເຖິງເລື່ອງ ສະພາບການເມືອງມີສະຖຽນລະພາບແມ່ນທ່າແຮງທີ່ໃຫຍ່ຫຼວງຂອງປະເທດຊາດໃນເສັ້ນທາງພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ